Homeຂ່າວພາຍ​ໃນມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມໂລກຄັ້ງທີ 2 ຢູ່ລາວ

ມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມໂລກຄັ້ງທີ 2 ຢູ່ລາວ

Published on

ໜັງສືພິມ ລາວພັດທະນາລາຍງານ ເມືອວັນທີ 17 ກຸມພາ 2017 ວ່າ ລັດຖະບານລາວໄດ້ຈັດພິທີມອບ-ຮັບກະດູກ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຄັ້ງທີ 2 ຢູ່ລາວ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໜາມບິນແຂວງສະຫວັນນະເຂດ ຊຶ່ງແມ່ນຜົນຈາກການປະຕິບັດງານຮ່ວມກັນລະຫວ່າງລາວ-ອາເມລິກາໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວຄັ້ງທີ 2 ປະຈຳປີ 2016-2017 ຢູ່ກໍລະນີ 1368, ເຂດບ້ານຜານົບ, ເມືອງບົວລະພາ, ແຂວງຄຳມ່ວນ ທີ່ໄດ້ພົບເຫັນຊິ້ນສ່ວນຈຳນວນໜຶ່ງ.

ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃນພິທີມອບ-ຮັບຄັ້ງນີ້, ໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນຳວຽກງານ MIA ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ກ່າວຮັບໂດຍທ່ານ ນາງ Rena Bitter ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາປະຈຳ ສປປ ລາວ ຕາງໜ້າໃຫ້ລັດຖະບານສະຫະລັດອາເມລິກາ ຈາກນີ້ກໍ່ມີທ່ານຮອງເຈົ້າແຂວງຄຳມ່ວນ, ເຈົ້າໜ້າທີຂັ້ນສູງຈາກກະຊວງການຕ່າງປະເທດ ແລະກະຊວງປ້ອງກັນປະເທດ, ພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມນຳດ້ວຍ.

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງ ສປປ ລາວ ທີ່ມີຕໍ່ຄອບຄົວ ກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ໃນໄລຍະເວລາ 30 ປີທີ່ຜ່ານມາ ດ້ວຍການຮ່ວມມືຂອງສອງຝ່າຍລາວ-ອາເມລິກາໃນການດຳເນີນການສຳຫຼວດ ແລະຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວໄດ້ຮັບຜົນສຳເລັດເປັນກ້າວມາ ໂດຍໄດ້ຄົ້ນພົບ 50% ຂອງຈຳນວນຜູ້ຫາຍສາບສູນທັງໝົດ, ຊຶ່ງອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ ແມ່ນມີທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທັງໝົດ 573 ຄົນ, ນັບແຕ່ສອງຝ່າຍໄດ້ມີການຮ່ວມມືກັນມາແຕ່ປີ 1985 ຈົນເຖິງປະຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວແລ້ວຈຳນວນ 273 ກໍລະນີ ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວນຳປທຳພິທີທາງສາສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ, ສ່ວນອີກ 300 ກໍລະນີທີ່ຍັງເຫຼືອ ແມ່ນຈະໄດ້ຮ່ວມກັນສືບຕໍ່ສຳຫຼວດ ແລະຂຸດຄົ້ນໃນການປະຕິບັດງານຕໍ່ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...