Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງໂພນໂຮງ ສາມາດຈັບຕົວຜູ້ຄ້າຢາເສບຕິດມາລົງໂທດ

ປກສ ເມືອງໂພນໂຮງ ສາມາດຈັບຕົວຜູ້ຄ້າຢາເສບຕິດມາລົງໂທດ

Published on

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ: ຢູ່ໃນຂອບເຂດເມືອງໂພນໂຮງ ໄດ້ມີຄົນບໍ່ດີຈຳນວນໜຶ່ງລັກລອບຊື້-ຂາຍຢາເສບຕິດປະເພດຢາບ້າ, ຈາກນັ້ນເຈົ້າໜ້າທີ່ໄດ້ເລັ່ງຕິດຕາມເປົ້າໝາຍທີ່ມີການເຄື່ອນໄຫວເສບ, ຊື້-ຂາຍຢາເສບຕິດປະເພດຢາບ້າ, ຢາໄອໃນລະຫວ່າງເດືອນມັງກອນ-ເດືອນກຸມພາ 2017 ນີ້, ຈາກນັ້ນສາມາດຈັບຕົວໄດ້ທັງໝົດ 4 ຄົນມາລົງໂທດຕາມກົດໝາຍບ້ານເມືອງ

ເຈົ້າໜ້າທີ່ ປກສ ເມືອງໂພນໂຮງເຜີຍວ່າ: ຈຳນວນ 4 ຄົນທີ່ຈັບໄດ້ນັ້ນມີ: ທ້າວ ເຊຍລີ ອາຍຸ 58 ປີ ອາຊີບຊາວນາ ຢູ່ບ້າໂພນແຍງ ເມືອງເຟືອງ ຖືກກັກຕົວວັນທີ 26 ມັງກອນ 2017 ພ້ອມຂອງກາງຢາບ້າ 364 ເມັດ, ຢາໄອ 54 ຫຼອດດູດ ພ້ອມເຄິ່ງຖົງນ້ອຍ ແລະໂທລະສັບອີກ 8 ໜ່ວຍ; ທ້າວ ພົງພັດ ອາຍຸ 27 ປີ ອາຊີບຊາວນາ ຢູ່ບ້ານ ໂພນສົມບູນ ເມືອງໂພນໂຮງ ຖືກຈັບຕົວຄັ້ງວັນທີ 21 ມັງກອນ 2017 ພ້ອມຂອງກາງຢາບ້າ 20 ເມັດ ແລະໂທລະສັບ 2 ໜ່ວຍ; ທ້າວ ໄມວ່າງ ອາຍຸ 30 ປີ ວ່າງງານ ຢູ່ບ້ານໂພນຄຳໃຕ້ ເມືອງໂພນໂຮງ ຖືກກັກຕົວວັນທີ 1 ກຸມພາ 2017 ພ້ອມຂອງກາງຢາບ້າ 6 ເມັດ, ແປ້ງຜົງສີບົວ 2 ຖົງ ໜັກປະມານ 400 ກຣາມ ແລະໂທລະສັບ 2 ໜ່ວຍ; ນາງ ເຕ້ຍ ອາຍຸ 36 ປີ ກຳມະກອນ ຢູ່ບ້ານໂພນໄຊ ເມືອງໂພນໂຮງ ຖືກກັກຕົວວັນທີ 17 ມັງກອນ 2017 ພ້ອມຂອງກາງຢາບ້າ 30 ເມັດ ແລະໂທລະສັບອີກ 2 ໜ່ວຍ ເຈົ້າໜ້າທີ່ໄດ້ເອົາທັງ 4 ຄົນມາສືບສວນ-ສອບສວນ

ປັດຈຸບັນເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໂພນໂຮງ ກຳລັງສືບສວນ-ສອບສວນ ພວກກ່ຽວທັງ 4 ຄົນ ແລະຂະຫຍາຍຜົນຫາກຸມແກ້ງເຄືອຂ່າຍ ແລະຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...