spot_img
Home​ຂ່າວບັນເທິງງົດງາມປານນາງພະຍາ! "ນູ່ນີ່" ສາວລາວຄົນທີ່ສອງທີ່ໄປອອກລາຍການ “Take me out Thailand”

ງົດງາມປານນາງພະຍາ! “ນູ່ນີ່” ສາວລາວຄົນທີ່ສອງທີ່ໄປອອກລາຍການ “Take me out Thailand”

Published on

ຮູ້ສຶກດີຕໍ່ໃຈທຸກຄັ້ງທີ່ໄດ້ເບິ່ງໜ້າສາວຄົນນີ້ “ນູ່ນີ່ ກຸມພົນພັກດີ” ສາວໄວອາຍຸ 23 ເຊິ່ງເປັນອີກໜຶ່ງສາວທີ່ໄປຕາມຫາປະສົບການຄວາມຮັກໃນລາຍການຫາຄູ່ຊື່ດັງຂອງປະເທດໄທ “Take me out Thailand” ໃນຊີຊັ່ນ 11 ເຊິ່ງມື້ວັນເສົາ ທີ 18 ກຸມພາ 2017 ນີ້ ເຮົາກໍ່ຈະໄດ້ເຫັນນາງອອກມາປະກົດກາຍໃນໂພດ້ຽມຂອງລາຍການແລ້ວ ກຽມລຸ້ນໄປກັບພາລະກິດຕາມຫາຄູ່ໄປພ້ອມໆກັບນາງໄດ້.

ນູ່ນີ່ ເປັນສາວທີ່ຄຸ້ນໜ້າຄຸ້ນຕາກັນດີໃນວົງການບັນເທີງບ້ານເຮົາ ເພາະເຫັນຕາມສື່ເລື່ອຍໆ ນາງຮັບງານຖ່າຍແບບ, ຖ່າຍໂຄສະນາ, ງານອີເວັ້ນ ​ແລະ ລະຄອນ ເປັນຕົ້ນ. ສຳລັບ​ປັດຈຸບັນ ນູ່ນີ່​ ​ແມ່ນຫາກໍ່ຮຽນຈົບຊັ້ນປະລິນຍາຕີ ຈາກສະຖາບັນຍຸຕິທຳແຫ່ງຊາດ.

ສາວຄົນນີ້ຖືວ່າມີໂປຣຟາຍທີ່ບໍ່ທຳມະດາ ທັງງາມ, ທັງເກັ່ງ ເປັນສາວລາວຄົນໜຶ່ງທີ່ມີຄວາມພຽບພ້ອມທຸກດ້ານ ເອົາເປັນວ່າຕອນນີ້ແອັດຂໍພັກເລື່ອງການຍ້ອງຍໍສາວງາມຄົນນີ້ໄວ້ກ່ອນ ແຕ່ຈະພາທຸກຄົນມາເບິ່ງຮູບພາບງາມໆຂອງນາງ ບອກເລີຍວ່າ ແຮງເບິ່ງກໍ່ແຮງງາມ! ງາມປານກັບນາງພະຍາເລີຍກໍ່ວ່າໄດ້

 

ຮູບພາບປະກອບຈາກ: Noony Koumphonphakdee

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...