spot_img
Homeຂ່າວຕ່າງປະເທດລະເບີດຂ້າຕົວຕາຍ ໂຈມຕີວິຫານຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 70 ຄົນ ກຸ່ມໄອເອັສອ້າງກໍ່ເຫດ

ລະເບີດຂ້າຕົວຕາຍ ໂຈມຕີວິຫານຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 70 ຄົນ ກຸ່ມໄອເອັສອ້າງກໍ່ເຫດ

Published on

ສຳນັກຂ່າວບີບີຊີ ລາຍງານໃນວັນທີ 16 ກຸມພາຜ່ານມານີ້ວ່າ ເກີດເຫດລະເບີດຂ້າຕົວຕາຍ ໂຈມຕີວິຫານລັດທິຊູຟີ ໃນເມືອງເຊວານ ແຂວງສິນ ທາງພາກໃຕ້ຂອງປາກີສະຖານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 70 ຄົນ ແລະ ບາດເຈັບອີກກວ່າ 250 ຄົນ ໃນຂະນະທີ່ກອງກຳລັງລັດອິດສະລາມ ຫລື ກຸ່ມໄອເອັສ ໄດ້ອອກມາປະກາດ ເປັນຜູ້ຢູ່ເບື້ອງຫລັງຂອງການກໍ່ເຫດ.

ທ່ານ ນາວາດ ຊາຣີບ ນາຍົກລັດຖະມົນຕີປາກີສະຖານ ໄດ້ອອກມາກ່າວປະນາມ ຜູ້ກໍ່ເຫດການສັງຫານໝູ່ດັ່ງກ່າວ ແລະ ປະກາດວ່າ ລັດຖະບານປາກີສະຖານ ຈະດຳເນີນການຕໍ່ສູ້ກັບ ກອງກຳລັງສຸດໂຕ່ງທີ່ກໍ່ເຫດໂຈມຕີຫລາຍຄັ້ງຕິດຕໍ່ກັນ ໃນໄລຍະບໍ່ພໍເທົ່າໃດວັນຜ່ານມານີ້.

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...