Homeຂ່າວຕ່າງປະເທດຈີນເຜີຍແຜ່ພາບ ລູກແພນດ້າຍັກແຝດ 3 ຄອກທຳອິດຂອງໂລກ

ຈີນເຜີຍແຜ່ພາບ ລູກແພນດ້າຍັກແຝດ 3 ຄອກທຳອິດຂອງໂລກ

Published on

ແຫລ່ງຂ່າວຕ່າງປະເທດລາຍງານ ໃນວັນທີ 12 ສິງຫາ 2014 ວ່າ ສວນນ້ຳໃນປະເທດຈີນ ເຜີຍແຜ່ພາບລູກແພນດ້າຍັກ

ແຝດ 3 ຄອກທຳອິດຂອງໂລກທີ່ມີຊີວິດຢູ່ລອດ, ແຕ່ເຈົ້າໜ້າທີ່ລະບຸວ່າ ຕ້ອງລໍຖ້າພວກມັນໃຫ້ມີອາຍຸ 6 ເດືອນ ຈຶ່ງຈະ

ໝັ້ນໃຈວ່າ ພວກມັນມີຊີວິດຢູ່ລອດຢ່າງແທ້ຈິງ.

 

ແຫຼ່ງຂ່າວໄດ້ລະບຸວ່າ ສວນນ້ຳ ສີເມີ່ຫລົງ ຊາຟາຣີ ປາຣ໌ກ ໃນແຂວງກວາງໂຈວ ທາງຕອນໃຕ້ຂອງປະເທດຈີນ ໄດ້ເຜີຍ

ແຜ່ພາບລູກແພນດ້າຍັກແຝດ 3 ຄອກທຳອິດຂອງໂລກ ທີ່ມີຊີວິດຢູ່ລອດຫຼັງການເກີດ ແຕ່ພວກມັນຍັງບໍ່ໄດ້ຮັບການ

ຕັ້ງຊື່ ແລະ ຍັງບໍ່ທັນມີການເປີດເຜີຍເພດຂອງພວກມັນແຕ່ຢ່າງໃດ.

 

ຖະແຫລງການຂອງ ສີເມີ່ຫລົງ ຊາຟາຣີ ປາຣ໌ກ ລະບຸວ່າ ແພນດ້າທັງ 3 ໂຕ ຖືເປັນສິ່ງມະຫັດສະຈັນອັນໃໝ່ຂອງໂລກ

ພວກມັນເກີດໃນວັນທີ 29 ກໍລະກົດ 2014 ທີ່ຜ່ານມາ ໂດຍໃນຕອນທຳອິດ ຈູຊຽວ ແມ່ຂອງແພນດ້າແຝດ 3 ຄອກນີ້

ຍັງບໍ່ສາມາດເບິ່ງແຍງພວກມັນໄດ້ ເພາະຄວາມເໝື່ອຍລ້າຈາກການເກີດລູກ, ແຕ່ໃນຂະນະນີ້ ເຈົ້າໜ້າທີ່ໄດ້ສົ່ງໂຕລູກ

ນ້ອຍທັງ 3 ກັບໄປໃຫ້ມັນເບິ່ງແຍງດ້ວຍຕົນເອງແລ້ວ ພາຍໃຕ້ການສອດສ່ອງຢ່າງໃກ້ຊິດຈາກເຈົ້າໜ້າທີ່ ຕະຫຼອດ

24 ຊົ່ວໂມງ.

 

ຢ່າງໃດກໍຕາມ ເຈົ້າໜ້າທີ່ເຂດສະຫງວນພັນສັດປ່າແຫ່ງຊາດ ຫວູ່ຫລົງ ໃນແຂວງເສສວນ ເຊິ່ງມີຄວາມຊ່ຽວຊານເລື່ອງ

ແພນດ້າຍັກລະບຸວ່າ ແພນດ້າແຝດ 3 ໂຕນີ້ ຍັງເປັນເດັກເກີນໄປທີ່ຈະສາມາດເວົ້າໄດ້ວ່າມັນລອດຊີວິດ ຕ້ອງລໍຖ້າຢ່າງ

ໜ້ອຍ 6 ເດືອນເສຍກ່ອນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...