spot_img
Homeຂ່າວພາຍ​ໃນມາເບິ່ງນຳກັນວ່າ ລົດຄັນໃດເປັນຂອງການນຳທ່ານໃດ

ມາເບິ່ງນຳກັນວ່າ ລົດຄັນໃດເປັນຂອງການນຳທ່ານໃດ

Published on

ພາຍຫຼັງທີ່ຄະນະນຳຂັ້ນສູງຂອງລາວຊຸດທີ 8 ນີ້ ໄດ້ເສຍສະລະເອົາລົດປະຈຳຕຳແໜ່ງຂອງຕົນທີ່ມີລາຄາແພງອອກປະມູນຂາຍຈຳນວນ 14 ຄັນ, ໃນນັ້ນມີລົດເກັງ BMW ລຸ້ນ 730 LI ຈຳນວນ 7 ຄັນ ແລະ ລົດເກັງ ຍີ່ຫໍ້ Mercedes BENZ ລຸ້ນ S350 ຈຳນວນ 7 ຄັນ ລວມມູນຄ່າປະມານ 21,600 ລ້ານກີບ ປະຊາຊົນຜູ້ຮູ້ຂ່າວໂດຍສະເພາະແມ່ນຜູ້ຢາກເຂົ້າປະມຸນ ຕ່າງກໍສົນໃຈຢາກຮູ້ວ່າລົດຄັນໃດເປັນລົດຂອງການນຳທ່ານໃດ ເພື່ອປະກອບການຕັດສິນໃຈ.
ດັ່ງນັ້ນ, ມື້ນີ້ວັນທີ 16 ກຸມພາ 2017 ທີມຂ່າວລາວໂພສຈຶ່ງໄດ້ ເຂົ້າໄປຂໍຂໍ້ມູນຈາກພາກສ່ວນຄະນະຈັດຕັ້ງການປະມູນ ເຖິງລາຍລະອຽດວ່າ ລົດຄັນໃດເປັນລົດຂອງທ່ານປະທານປະເທດ, ຄົນຄັນໃດເປັນລົດຂອງທ່ານນາຍົກ ແລະອື່ນໆ ເຊິ່ງລາຍລະອຽດເຮົາໄດ້ເກັບກຳມາໃຫ້ແລ້ວດັ່ງນີ້:

ທ່ານ ບຸນຍັງ ວໍລະຈິດ

ຄັນໝາຍເລກ 01 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8893
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 20,972 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ.

ທ່ານ ທອງລຸນ ສີສຸລິດ

ຄັນໝາຍເລກ 02 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8896
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 13,613 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານນາງ ປານີ ຢາທໍ່ຕູ້

ຄັນໝາຍເລກ 03 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8894
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 11,677 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ທ່ານ ບຸນທອງ ຈິດມະນີ

ຄັນໝາຍເລກ 04 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8899
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 13,308 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາແຫ່ງລັດ.

ທ່ານ ພັນຄຳ ວິພາວັນ

ຄັນໝາຍເລກ 05 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8901
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 6,911 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ.

ທ່ານ ບຸນປອນ ບຸດຕະນະວົງ

ຄັນໝາຍເລກ 06 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 9800
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 2,033 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ດວງໃຈ ພິຈິດ

ຄັນໝາຍເລກ 07 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8897
ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 5,345 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງ ທ່ານ ດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ທ່ານ ຈັນສີ ໂພສີຄຳ

ຄັນໝາຍເລກ 08 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກຣ 5888
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 19,230 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງທ່ານ ຈັນສີ ໂພສີຄຳ ປະທານຈັດຕັ້ງສູນກາງພັກ

ທ່ານ ໄຊສົມພອນ ພົມວິຫານ

ຄັນໝາຍເລກ 09 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກກ 9989
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 1,480 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ.

ທ່ານ ສົມພັນ ແພງຄຳມີ

ຄັນໝາຍເລກ 10 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກກ 5678
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 19,148 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ.

ທ່ານ ສະໝານ ວິຍະເກດ

ຄັນໝາຍເລກ 11 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກກ 6903
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 1,447 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ສະໝານ ວິຍະເກດ ປະທານສະພາແຫ່ງຊາດ.

ທ່ານ ສຸກັນ ມະຫາລາດ

ຄັນໝາຍເລກ 12 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກຣ 7899
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 10,490 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ.

ທ່ານ ເຈືອງ ສົມບູນຂັນ

ຄັນໝາຍເລກ 13 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກຣ 5689
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 2,005 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ເຈືອງ ສົມບູນຂັນ ປະທານໂຄສະນາອົບຮົມສູນກາງພັກ (ຄັນນີ້ມີຄົນຈອງໄວ້ແລ້ວບໍ່ປະມູນ)

ທ່ານ ທອງບັນ ແສງອາພອນ

ຄັນໝາຍເລກ 14 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກລ 8888
ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 3:751 ກິໂລແມັດ
ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ທອງບັນ ແສງອາພອນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

ເລິ່ມຈຳໜ່າຍຊອງປະມູນຕັ້ງແຕ່ວັນທີ 3-20 ກຸມພາ 2017 ນີ້ ວາງສະແດງຢູ່ທີ່ ຫໍປະຊຸມແຫ່ງຊາດ ຫຼັກ6 ນະຄອນຫຼວງວຽງຈັນ. ສຳລັບລາຄາເບື້ອງຕົ້ນ ລົດMercedes Benz ລາຄາ 960,000,000 ກີບ ຫຼື 117,000 ໂດລາສະຫະລັດ, ສ່ວນ BMW ລາຄາ 583,000,000 ກີບ ຫຼື 71,000 ໂດລາສະຫະລັດ.

ຂໍຂອບໃຈວິດີໂອຈາກ: ຊຽງກະເລັນ ບ້ານນາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...