Homeຂ່າວການພັດທະນາປະມູນລົດການນຳຄຶກຄັກ! ນັກທຸລະກິດເອົາຊອງແລ້ວ 60 ກວ່າຄົນ ຄາດອາດເກີນຮ້ອຍ ກ່ອນມື້ເປີດຊອງ!

ປະມູນລົດການນຳຄຶກຄັກ! ນັກທຸລະກິດເອົາຊອງແລ້ວ 60 ກວ່າຄົນ ຄາດອາດເກີນຮ້ອຍ ກ່ອນມື້ເປີດຊອງ!

Published on

ຕາມການລາຍງານຂ່າວຂອງ ເວັບໄຊໜັງສືພິມລາວພັດທະນາ ຄັ້ງວັນທີ 16 ກຸມພານີ້ ໂດຍອ້າງການເປີດເຜີຍຂອງຄະນະຮັບຜິດຊອບ ປະມູນຂາຍລົດການນໍາລະດັບສູງ ໃຫ້ຮູ້ວ່າ ພາຍຫລັງລັດຖະບານໄດ້ມີແຈ້ງການປະມູນຂາຍພາຫະນະຮັບໃຊ້ການນໍາລະດັບສູງ ເມື່ອຕົ້ນເດືອນກຸມພາຜ່ານມາ, ໄດ້ມີນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດຢູ່ລາວ ໃຫ້ຄວາມສົນໃຈເຂົ້າປະມູນຊື້ລົດດັ່ງກ່າວຫລາຍພໍສົມຄວນ ໂດຍປັດຈຸບັນມີນັກທຸລະກິດໄດ້ພົວພັນເອົາຊອງປະມູນໄປແລ້ວ ຫລາຍກວ່າ 60 ຄົນ ແລະ ຄາດວ່າອາດເກີນຮ້ອຍຄົນ ເມື່ອຮອດມື້ເປີດຊອງປະມູນ.

ລົດທີ່ນຳອອກມາປະມູນຂາຍຄັ້ງນີ້ ປະກອບມີທັງໝົດ 14 ຄັນ, ໃນນັ້ນມີລົດເກັງຍີຫໍ້ ບີເອັມດັບເບີນຢູ (BMW) ລຸ້ນ 730 LI ຈໍານວນ 7 ຄັນ ແລະ ລົດເກັງຍີຫໍ້ເມີຊີເດດເບນ (Mercedes BENZ) ລຸ້ນ S350 ຈໍານວນ 7 ຄັນ.

ທັງນີ້ ອີງຕາມແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 225 ລົງວັນທີ 8 ກຸມພາ 2017 ການເປີດຊອງປະມູນ ຈະມີຂຶ້ນໃນຕອນເຊົ້າເວລາ 9:00 ໂມງຂອງວັນທີ 21 ກຸມພາທີ່ຈະມາເຖິງນີ້ ທີ່ຫໍປະຊຸມແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ, ແຕ່ຖ້າຫາກມີການປ່ຽນແປງວັນເວລາເປີດຊອງປະມູນ ແມ່ນຈະມີການແຈ້ງໃຫ້ຊາບຕື່ມ.

ຄະນະຮັບຜິດຊອບວຽກງານດັ່ງກ່າວ ຍັງໃຫ້ຮູ້ຕື່ມອີກວ່າ ການຈັດປະມູນນີ້ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍຊັບສີນຂອງລັດ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຖອນ, ການປະມູນ ແລະ ການປະກອບລົດປະຈໍາຕໍາແໜ່ງຂອງການນໍາລະດັບສູງ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...