Homeປ່ອງຢ້ຽມດວງດາວອິນເດຍສົ່ງດາວທຽມ 104 ດວງ ຂຶ້ນສູ່ອາວະກາດໄດ້ສຳເລັດ

ອິນເດຍສົ່ງດາວທຽມ 104 ດວງ ຂຶ້ນສູ່ອາວະກາດໄດ້ສຳເລັດ

Published on

ເມື່ອເວລາ 9.28 ໂມງຂອງເຊົ້າມື້ນີ້ຕາມເວລາທ້ອງຖິ່ນ (15 ກຸມພາ 2017) ອິນເດຍໄດ້ປະສົບຄວາມສຳເລັດໃນການສົ່ງດາວທຽມ 104 ດວງພາຍໃນຄັ້ງດຽວດ້ວຍຈະຫຼວດລຳດຽວຂຶ້ນສູ່ວົງໂຄຈອນອາວະກາດ ເຊິ່ງເປັນການທຳລາຍສະຖິຕິການສົ່ງດາວທຽມໄດ້ຫຼາຍທີ່ສຸດໃນໂລກ ຈາກເມື່ອກ່ອນທີ່ຣັດເຊຍ ເຄີຍເຮັດສະຖິຕິໄວ້ 37 ດວງໃນປີ 2014.

ຍານຈະຫຼວດພີເອັສແອລວີ-37 ໄດ້ຖືກປ່ອຍຂຶ້ນທີ່ສູນອາວະກາດໃນລັດ ອານທະຣະປະເທດ ເມື່ອເວລາ 9.28 ໂມງ, ມື້ນີ້ຕາມເວລາທ້ອງຖິ່ນ ດ້ວຍຄວາມໄວ 27,000 ກມ/ຊມ ແລະ ສົ່ງດາວທຽມທັງໝົດ 104 ດວງເຂົ້າສູ່ວົງໂຄຈອນພາຍໃນເວລາເກືອບ 30 ນາທີ ເຊິ່ງຄວາມສຳເລັດໃນຄັ້ງນີ້ໄດ້ສ້າງຄວາມຍິນດີແກ່ນັກວິທະຍາສາດຂອງອົງການວິໄຈອາວະກາດອິນເດຍ ຫຼື ອິສໂຣ ແລະ ນາຍົກລັດຖະມົນຕີ ນະເຣນທຣາ ໂມດີ

ດາວທຽມທັງໝົດທີ່ສົ່ງຂຶ້ນໄປຂອງອິນເດຍມີພຽງ 3 ດວງ ສ່ວນທີ່ເລືອເປັນຂອງຕ່າງຊາດ ໂດຍດາວທຽມຂອງສະຫະລັດມີຫຼາຍທີ່ສຸດ 96 ດວງ ແລະ ຍັງມີດາວທຽມຂອງ ອິາຣາເອລ, ຄາຊັດສະຖານ, ເນເທີແລນ, ສະວິດເຊີແລນ ແລະ ສະຫະຫຼັບເອມິເຣສ

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...