Homeຂ່າວເຫດການກອງປະຊຸມໜ່ວຍງານຮ່ວມມືຊັບສິນທາງປັນຍາອາຊຽນ ຄັ້ງທີ 52

ກອງປະຊຸມໜ່ວຍງານຮ່ວມມືຊັບສິນທາງປັນຍາອາຊຽນ ຄັ້ງທີ 52

Published on

ໃນວັນທີ 14 ກຸມພາ 2017 ຜ່ານມານີ້ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ເປັນເຈົ້າພາບຈັດກອງປະຊຸມຂອງໜ່ວຍງານຮ່ວມມື ທາງດ້ານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 52 ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະເຕັກໂນໂລຊີ, ຫົວໜ້າກົມຊັບສິນທາງປັນຍາ, ຫົວໜ້າໜ່ວຍງານຮ່ວມມື ທາງດ້ານຊັບສິນທາງປັນຍາຈາກ 10 ປະເທດອາຊຽນເຂົ້າຮ່ວມ.

ທ່ານ ຫຸມພັນ ອິນທິຣາດກ່າວວ່າ: ອາຊຽນຈະສາມາດບັນລຸເປົ້າໝາຍ ເພື່ອກາຍເປັນສູນກາງດ້ານຊັບສິນທາງປັນຍາ, ໂດຍຜ່ານແຜນປະຕິບັດງານທາງດ້ານຊັບສິນທາງປັນຍາອາຊຽນ 2016-2025, ຊຶ່ງປະກອບມີ 19 ໂຄງການ ທີ່ຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ສຳເລັດໃນ 10 ປີຂ້າງໜ້າ, ແຜນປະຕິບັດງານດັ່ງກ່າວນີ້, ແນໃສ່ເຮັດໃຫ້ການຈົດທະບຽນຊັບສິນທາງປັນຍາ, ໂດຍສະເພາະໃນຂົງເຂດເຄື່ອງໝາຍການຄ້າ ໃຫ້ມີຄວາມກົມກຽວໃນພາກພື້ນອາຊຽນ ພ້ອມທັງປັບປຸງຂັ້ນຕອນການຈົດທະບຽນໃຫ້ງ່າຍຂຶ້ນ ແລະ ສ້າງກົນໄກການສົ່ງເສີມການອຳນວຍຄວາມສະດວກສະບາຍໃນການດຳເນີນທຸລະກິດ ແລະ ປັບປຸງວຽກງານການບັງຄັບໃຊ້ສິດທາງດ້ານຊັບສິນທາງປັນຍາໃນພາກພື້ນອາຊຽນໃຫ້ມີປະສິດທິຜົນສູງຂຶ້ນ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...