Homeຂ່າວພາຍ​ໃນ"ຟລອຍ ເມເວດເທີ" ຕົກລົງດວນກຳປັ້ນກັບ "ຄໍເນີ ແມັດເກຣເກີ"

“ຟລອຍ ເມເວດເທີ” ຕົກລົງດວນກຳປັ້ນກັບ “ຄໍເນີ ແມັດເກຣເກີ”

Published on

ອີກບໍ່ດົນຜູ່ຄົນທັງໂລກຈະໄດ້ເຫັນເສິກດວນກຳປັ້ນ “ໄຟລມັນຢຸດໂລກ” ລະຫວ່າງ “ຟລອຍ ເມເວດເທີ” ກັບ “ຄໍເນີ ແມັດເກຣເກີ” ເຊິ່ງເປັນໄຟລທີ່ທຸກຄົນລໍຄອຍມາດົນ ຫຼັງຈາກກ່ອນໜ້ານີ້ຫຼາຍເດືອນທີ່ຜ່ານມາເຄີຍມີຂ່າວວ່າທັງສອງຈະຂຶ້ນຊົກກັນ ແຕ່ກໍ່ບໍ່ສາມາດບັນລຸຂໍ້ຕົກລົງໄດ້.

ຫຼ້າສຸດ ເມື່ອວັນທີ 14 ກຸມພາ 2017 ທີ່ຜ່ານມາ ສຳນັກຂ່າວ ເດິຊັນ ລາຍງານວ່າ: “ຟລອຍ ເມເວດເມເທີ ຈູເນຍ” ອະດີດນັກມວຍແຊັມໂລກທີ່ບໍ່ເຄີຍເສຍ ບັນລຸຂໍ້ຕົກລົງຂຶ້ນດວນກຳປັ້ນກັບ “ຄໍເນີ ແມັດເກຣເກີ” ຍອດນັກສີລະປະການຕໍ່ສູ້ແບບປະສົມ ຫຼື ເອັມເອັມເອ  ແຕ່ຕອນນີ້ຍັງບໍ່ມີການເຊັນສັນຍາຢ່າງເປັນທາງການອອກມາ ເນື່ອງຈາກຍັງຕ້ອງລໍຝ່າຍທີ 3 ເຈລະຈາອີກຄັ້ງໜຶ່ງກ່ອນ. ທັງນີ້ມີການປະເມີນຄ່າຂຶ້ນຊົກໄຟລນີ້ມີມູນຄ່າສູງເຖິງຫຼາຍລ້ານໂດລາສະຫະລັດ.

ສ່ວນເລື່ອງວັນເວລາ ແລະ ສະຖານທີຈັດການຊົກຂອງໄຟລນີ້ ຍັງບໍ່ມີການເປີດເຜີຍຢ່າງເປັນທາງການ ຫາກມີຂ່າວຄວາມຄືບໜ້າແນວໃດ ທາງພວກເຮົາຈະນຳມາແຈ້ງໃຫ້ຮູ້ອີກຄັ້ງ.

 

ແຫລ່ງຂ່າວ:​ ເວັບໄຊ ຂ່າວສົດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...