spot_img
Home​ຂ່າວບັນເທິງສຸດໆໄປເລີຍ! "ອະເດລ" ຫັກແບ່ງລາງວັນແກຣມມີ ອາວອດສ໌ 2017 ໃຫ້ "ບີຢອງເຊ"

ສຸດໆໄປເລີຍ! “ອະເດລ” ຫັກແບ່ງລາງວັນແກຣມມີ ອາວອດສ໌ 2017 ໃຫ້ “ບີຢອງເຊ”

Published on

ເຊີໄພລໄປທັງງານ ເມື່ອນັກຮ້ອງສຽງຊົງພະລັງຢ່າງ ອະເດລ ທີ່ຫັກລາງວັນ ແກຣມມີ ອາວອດສ໌ ຄັ້ງທີ 59 ໃຫ້ກັບ ບີຢອງເຊ.

ງານປະກາດຜົນລາງວັນ ແກຣມມີ ອາວອດສ໌ ຄັ້ງທີ 59 ປະຈຳປີ 2017 ທີ່ໄດ້ຈັດຂຶ້ນເມື່ອຕອນທ່ຽງຄືນຂອງວັນທີ 12 ກຸມພາ 2017 ທີ່ຜ່ານມາ ທີ່ສະຫະລັດອາເມລິກາ ເຊິ່ງຜູ້ທີ່ກວດລາງວັນໄປຫຼາຍທີສຸດໃນປີນີ້ກໍ່ແມ່ນ ນັກຮ້ອງສາວສຽງຊົງຄົນນີ້ ອະເດລ ທີ່ຄ້ວາລາງວັນໃຫຍ່ ອາລະປ້ຳແຫ່ງປີ ແລະ ເພງແຫ່ງປີໄປຄອງໄດ້ສຳເລັດ ລວມແລ້ວຄ້ວາໄປເຖິງ 5 ລາງວັນເລີຍ.

ແລະ ໃນຂະນະທີ່ນາງກຳລັງຂຶ້ນຮັບລາງວັນທີ່ກ່າວເທິງເວທີ ນາງກໍ່ໄດ້ສ້າງຄວາມ ເຊີໄພລ ຄັ້ງໃຫຍ່ໃຫ້ຜູ້ຄົນທີ່ໄປຮ່ວມງານ ລວມທັງຜູ້ຄົນທີ່ຕິດຕາມຢູ່ທາງໂທລະພາບ ເພາະ ນາງໄດ້ຫັກລາງວັນ ປັນໃຫ້ ນັກຮ້ອງຂວັນໃຈຂອງນາງນັ້ນກໍ່ຄື ບີຢອງເຊ ທີ່ປີນີ້ ບີຢອງເຊ ຜິດຫວັງກັບການພາດບໍ່ໄດ້ຮັບລາງວັນໃນເວທີນີ້.

ອະເດລ ໃຫ້ເຫດຜົນການຫັກລາງວັນປັນ ບີຢອງເຊວ່າ: “ຂ້ອຍດີໃຈກັບລາງວັນນີ້ ແຕ່ບໍ່ສາມາດຮັບມັນໄວ້ໄດ້ຢ່າງເຕັມໃຈ ສິລະປິນໃນດວງໃນຂ້ອຍ ບີຢອງເຊ ອາລະບ້ຳ Lemonade ເປັນອາລະບ້ຳທີ່ສົມຄວນໄດ້ຮັບການຈາລຶກໄວ້ ມັນຊົງພະລັງຫຼາຍ ເຮົາໄດ້ເຫັນດ້ານອື່ນໆຂອງລາວທີ່ບໍ່ເຄີຍໄດ້ເຫັນມາກ່ອນ ບີຢອງເຊ ປຽບເໝືອນແສງສະຫວ່າງໃຫ້ແກ່ບັນດາສີລະປິນ ຂ້ອຍ ແລະ ທຸກຄົນຕ່າງຊື່ນຊົມ ສິ່ງທີ່ນາງເຮັດ, ຂ້ອຍ ແລະ ເພື່ອນໆຜິວສີມີພະລັງຢືນຢັດໃນຕົວເອງ ຂ້ອຍຮັກເຈົ້າ ແລະ ຕະຫຼອດໄປ”

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...