Homeຄວາມງາມຜູ້ມີຄວາມຜິດປົກທາງໃບໜ້າກວ່າ 60 ຄົນ ຈະໄດ້ຮັບການຜ່າຕັດໃສຍະກຳ ແລະ ຕົບແຕ່ງ ຟຣີ

ຜູ້ມີຄວາມຜິດປົກທາງໃບໜ້າກວ່າ 60 ຄົນ ຈະໄດ້ຮັບການຜ່າຕັດໃສຍະກຳ ແລະ ຕົບແຕ່ງ ຟຣີ

Published on

ຄວາມຫວັງຢາກມີໃບໜ້າໃໝ່ ຢາກພິກຊີວິດຂອງຄົນທີ່ມີຄວາມຜິດປົກກິຕິທາງໃບໜ້າ ໃຫ້ກາຍເປັນຄົນທີ່ໜ້າຕາສວຍງາມຄືດັ່ງຄົນທົ່ວໄປກຳລັງຈະເກີດຂຶ້ນກັບຄົນລາວກວ່າ 60 ຊີວິດ.

ເລີ່​ມແຕ່ວັນທີ 07-20 ກຸມພາ 2017 ລວມເປັນເວລາ 2 ອາທິດ. ຄະ​ນະ​ທີມ​ແພດອາສາສະໝັກຈາກອົງການ ການ​ແພດ Interplast ຈາກ​ປະ​ເທດ ອົດສະຕາລີ ແລະ ນິວຊີແລນ ໄດ້ເດີນທາງມາເຖິງໂຮງໝໍມະໂຫສົດ ນະຄອນ ຫຼວງວຽງຈັນ ເພື່ອດຳເນີນໂຄງການໃຫ້ຄຳປຶກສາ ແລະ ການຜ່າຕັດ ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ແກ່ ຜູ້ທີ່ມີອາການ​ດ້ານ​ຄວາມຜິດປົກກະຕິທາງໃບໜ້າຕັ້ງແຕ່ກຳເນີດ ແລະ ຈາກການຈະເລີນເຕີບໂຕ  ທີມອາສາສະໝັກຂອງ ໂຄງການ Interplast ທີ່ປະກອບດ້ວຍແພດຜ່າຕັດ​ໃສຍະກຳ ແລະ ຕົບແຕ່ງ, ແພດວາງຢາສະລົບ ແລະ ພະຍາບານ ໄດ້ດຳເນີນການປະເມີນກ່ອນຜ່າຕັດ. ເຊິ່ງຈະປະຕິບັດວຽກຮ່ວມ ແລະ ຝຶກອົບຮົມ ​ໃຫ້ພະນັກງານແພດ ປະຈຳຢູ່ໂຮງໝໍ ໃນໄລຍະການ​ດຳ​ເນີນໂຄງການ ແລະ ​ອົງ​ການ WIG ຈະໃຫ້ການຊ່ວຍເຫຼືອ ຄົນເຈັບທັງໝົດກ່ອນ ແລະ ຫຼັງຜ່າຕັດ.

ໂຄງການ Interplast ປີ 2017 ແມ່ນການຜ່າຕັດສຳລັບ ຜູ້ທີ່ມີຄວາມຜິດປົກກະຕິທາງໃບໜ້າແຕ່ກຳເນີດ ແລະ ເກີດຈາກການຈະເລີນເຕີບໂຕ ຂອງຮ່າງກາຍ. ສະ​ເພາະປີນີ້ ຄາດ​ວ່າ​ປະ​ຊາ​ຊົນຢູ່ນະຄອນຫຼວງວຽງຈັນ​ ປະມານ 60 ຄົນ ຈະໄດ້ຮັບການຜ່າຕັດ ໂດຍບໍ່ເສຍຄ່າ ແລະ ຈະ​ຊ່ວຍປ່ຽນແປງຊີວິດເຂົາ​ເຈົ້າ​ໃຫ້ດີຂຶ້ນກວ່າ​ເກົ່າ.

ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນ ບໍລິສັດ ພູເບັ້ຍ ມາຍນິງ (PBM) ແລະ ກຸ່ມແມ່ຍິງສາກົນ (WIG) ເຊິ່ງ​ເປັນ​ການສືບຕໍ່ ການຈັດຕັ້ງໂຄງການທີ່​ທາງ ບໍ​ລິ​ສັດ ໄດ້ຮ່ວມທຶນ​ຮອນ​ກັບ Interplast​ ນັບແຕ່ປີ 2012.

ນັບແຕ່ມີໂຄງການຮ່ວມມືດ້ານການຊ່ວຍ ເຫຼືອ, ບໍລິສັດ ພູເບັ້ຍ ມາຍນິງ ໄດ້ປະກອບສ່ວນທຶນ 220.000 ໂດລາສະຫະລັດ ເຊິ່ງໄດ້ ຊ່ວຍໃຫ້ມີການຜ່າຕັດໂດຍບໍ່ເສຍຄ່າ ເພື່ອປ່ຽນແປງຊີວິດ ໃຫ້​ແກ່​ຄົນ​ໄຂ້ທີ່ເຂົ້າຮ່ວມໂຄງການ ຢູ່ລາວ ເຊິ່ງເປັນຜູ້ທີ່ບໍ່ສາມາດ ເຂົ້າເຖິງການບໍລິການດັ່ງກ່າວໄດ້.

ຮູບພາບ ແລະ ແຫລ່ງຂ່າວຈາກ: kuanjailao.com

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...