Homeຂ່າວພາຍ​ໃນຄັນໃດເປັນລົດຂອງນາຍົກ?

ຄັນໃດເປັນລົດຂອງນາຍົກ?

Published on

ນັບທັງພໍ່ແມ່ປະຊາຊົນ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ຕ່າງກໍຮູ້ສຶກພາກພູມໃຈນຳທີ່ຄະນະນຳຂັ້ນສູງຂອງລາວຊຸດທີ 8 ນີ້ ໄດ້ເສຍສະລະເອົາລົດປະຈຳຕຳແໜ່ງຂອງຕົນທີ່ມີລາຄາແພງອອກປະມູນຂາຍຈຳນວນ 14 ຄັນ, ໃນນັ້ນມີລົດເກັງ BMW ລຸ້ນ 730 LI ຈຳນວນ 7 ຄັນ ແລະ ລົດເກັງ ຍີ່ຫໍ້ Mercedes BENZ ລຸ້ນ S350 ຈຳນວນ 7 ຄັນ ເປັນແບບຢ່າງໃນການປະຢັດແລະຕ້ານການຟູມເຟືອຍ ເຊິ່ງການເສຍສະລະດັ່ງກ່າວມັນໄດ້ກາຍເປັນແວ່ນແຍງອັນປະເສີດໃຫ້ແກ່ລູກຫລານເຮົາຮໍ່າຮຽນເອົາຕໍ່ຄຸນສົມບັດທັດສະນະອັນດີເລີດຂອງຜູ້ເປັນການນຳຍຸກນີ້ ທີ່ບໍ່ເຄີຍມີມາໃນປະຫວັດສາດກໍວ່າໄດ້.

ແນວໃດກໍຕາມ, ກໍຍັງມີຫຼາຍຫາງສຽງຂອງກຸ່ມຄົນຈຳນວນໜ້ອຍໜຶ່ງ ຕັ້ງຂໍ້ສົງໄສວ່າ: ລົດຈຳນວນດັ່ງກ່າວນັ້ນ ຈັກແມ່ນລົດຂອງໃຜແດ່ ເຊັ່ນ ຄັນໃດເປັນລົດຂອງປະທານປະເທດ, ຄັນໃດເປັນລົດຂອງນາຍົກ, ຄັນໃດເປັນລົດຂອງລັດຖະມົນຕີທ່ານໃດ… ຫຼືລົດຈຳນວນດັ່ງກ່າວນັ້ນເປັນລົດຂອງໃຜກັນແທ້? ອັນນີ້ເປັນຂໍ້ສົງໄສຂອງປະຊາຊົນ ເຊິ່ງຄວາມຈິງແທ້ນັ້ນ ພາກສ່ວນເຈົ້າໜ້າທີ່ທີ່ຮັບຜິດຊອບການປະມູນຂາຍລົດດັ່ງກ່າວນັ້ນຄົງຈະມີຂໍ້ມູນລະອຽດຢູ່ແລ້ວ ຕ່າງແຕ່ບໍ່ທັນໄດ້ເປີດເຜີຍສູ່ສາທາລະນະຊື່ໆ ບໍ່ຕ້ອງຫ່ວງວ່າຊິບໍ່ໂປ່ງໃສ.

ສັງຄົມໃຫ້ທັດສະນະວ່າ ຖ້າຫາກເປີດເຜີຍວ່າລົດຄັນໃດເຄີຍເປັນລົດປະຈຳຕຳແໜ່ງນາຍົກ, ລົດຄັນໃດເຄີຍເປັນລົດປະຈຳຕຳແໜ່ງລັດຖະມົນຕີທ່ານໃດ… ລົດຈຳນວນດັ່ງກ່າວອາດຈະຖືກຊື້ໄປຢ່າງໄວວາ ແລະໄດ້ລາຄາດີກວ່າປົກກະຕິກໍໄດ້. ໃນຂະນະດຽວກັນກໍແຈ້ງວ່າຖືກຊື້ໄປທໍ່ໃດ ໃຜເປັນຄົນຊື້ ເພາະນີ້ຄືສິ່ງທີ່ພໍ່ແມ່ປະຊາຊົນໃຫ້ຄວາມສົນໃຈຢາກຮູ້ ເນື່ອງຈາກໄລຍະທີ່ຜ່ານມານັ້ນພາກພູມໃຈໃນແຜນການ ແຕ່ລາຍລະອຽດນັ້ນຍັງບໍ່ມີໃຜຮູ້ວ່າຖືກປະມູນຊື້ໄປແລ້ວຫຼືບໍ່?

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...