Homeຂ່າວຕ່າງປະເທດອັງກິດເລີ່ມຫວັ່ນ ຄວາມໝັ້ນຄົງທາງດ້ານອາຫານ ຫຼັງມີມາດຕະການຂ້ວາມບາດຕໍ່ຣັດເຊຍ

ອັງກິດເລີ່ມຫວັ່ນ ຄວາມໝັ້ນຄົງທາງດ້ານອາຫານ ຫຼັງມີມາດຕະການຂ້ວາມບາດຕໍ່ຣັດເຊຍ

Published on

ອັງກິດ ໄດ້ທົບທວນເຖິງມາດຕະການຂ້ວາມບາດຕໍ່ຣັດເຊຍ ຫວັ່ນກະທົບຄວາມຕ້ອງການຂອງການບໍລິໂພກ

ເຮັດໃຫ້ບໍ່ໝັ້ນໃຈເຖິງຄວາໝັ້ນຄົງທາງດ້ານອາຫານຂອງປະເທດໃນອານາຄົດ.

 

ສື່ຂອງຕ່າງປະເທດລາຍງານວ່າ ອັງກິດໄດ້ຕັດສິນໃຈປົກປ້ອງການຜະລິດອາຫານຂອງຕົນເອງ ຫຼຸດຜ່ອນການ

ເພິ່ງພາອາຫານຈາກຣັດເຊຍ ໂດຍການຈ່າຍເງິນປັນຜົນເພື່ອສິ່ງແວດລ້ອມ ເພື່ອທີ່ຈະສາມາດໃຫ້ປະຊາຊົນຍັງ

ຄົງມີອາຫານບໍລິໂພກໃນແຕ່ລະວັນ.

 

ທັງນີ້ ຣັດເຊຍຖືເປັນຜູ້ສົ່ງອອກເຂົ້າສາລີລາຍໃຫຍ່ ຈາກມາດຕະການຂ້ວາມບາດທາງເສດຖະກິດຕໍ່ຣັດເຊຍ ເຊິ່ງ

ມີແນວໂນ້ມສົ່ງຜົນກະທົບໃຫ້ລາຄາເຂົ້າສາລີສູງຂຶ້ນໃນປີ 2015 ນີ້, ແຕ່ເຖິງແນວໃດກໍຕາມ ມາດຕະການດັ່ງກ່າວ

ໄດ້ລະງັບກິດຈະການທະນາຄານຂອງຣັດເຊຍໃນທຸກໆປະເທດທີ່ເຂົ້າຮ່ວມລົງໂທດ ຈະເຮັດໃຫ້ຊາວນາຣັດເຊຍຫຍຸ້ງ

ຍາກໃນການເຂົ້າເຖິງແຫຼ່ງເງິນທຶນເພື່ອທຳການຜະລິດ, ແຕ່ທາງດ້ານຣັດເຊຍເອງ ກໍໄດ້ຕອບໂຕ້ສະຫະພາບເອີ

ລົບແບບໜາມຍອກເອົາໜາມບົ່ງ ດ້ວຍການສັ່ງຫ້າມນຳເຂົ້າອາຫານຈາກເອີລົບ, ສະຫະລັດອາເມຣິກາ ແລະ ອົດ

ສະຕາລີ ເຊິ່ງສະຫະພາບກະສິກອນແຫ່ງຊາດອັງກິດ ໄດ້ຊີ້ວ່າ ຈາກເຫດການດັ່ງກ່າວ ຈະເຮັດໃຫ້ການຄ້າລະຫວ່າງ

ປະເທດສັ່ນຄອນ ເນື່ອງຈາກອັງກິດສາມາດຜະລິດອາຫານໄດ້ພຽງ 62% ຂອງຄວາມຕ້ອງການບໍລິໂພກຂອງປະ

ຊາກອນອັງກິດທັງໝົດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...