spot_img
Homeຂ່າວຕ່າງປະເທດນັກສຳຫຼວດທີ່ດິນຂອງກອງທັບຈີນ ກັບຄືນສູ່ປະເທດຈີນຄັ້ງທຳອິດໃນຮອບ 50 ປີ ຫຼັງຕິດຄ້າງຢູ່ທີ່ອິນເດຍ

ນັກສຳຫຼວດທີ່ດິນຂອງກອງທັບຈີນ ກັບຄືນສູ່ປະເທດຈີນຄັ້ງທຳອິດໃນຮອບ 50 ປີ ຫຼັງຕິດຄ້າງຢູ່ທີ່ອິນເດຍ

Published on

ເຈົ້າໜ້າທີ່ສຳຫຼວດທີ່ດິນຂອງກອງທັບຈີນ “ທ່ານ ຫວັງ ສີ” ທີ່ຕິດຢູ່ໃນປະເທດ ອິນເດຍ ດົນກວ່າ 50 ປີ ໄດ້ກັບຄືນສູ່ປະເທດ ຈີນ ແລ້ວ ເມື່ອວັນ ທີ 10 ກຸມພາ 2017 ທີ່ຜ່ານມາພ້ອມກັບລູກຊາຍ 1 ຄົນ ເມື່ອ ເດີນທາງມາຮອດສະໜາມບິນ ປັກກິ່ງ ກໍ່ໄດ້ຮັບການຕ້ອນຮັບຈາກຄອບຄົວ, ເພື່ອນ ແລະ ຜູ່ຄົນທີ່ມາລໍຖ້າຕ້ອນຮັບທີ່ສະໜາມບິນຢ່າງອົບອຸ່ນ.

ທ່ານ ຫວັງ ສີ ເລົ່າໃຫ້ຮູ້ວ່າ: “ເມື່ອ 50 ປີກ່ອນໃນລະຫວ່າງກໍ່ສ້າງທາງສຳລັບກອງທັບຈີນ ໃນເວລາຫວ່າງ ລາວໄດ້ຍ່າງອອກຈາກຄ້າຍ ເພື່ອໄປຍ່າງຫຼິ້ນກິນລົມຊົມວິວ ແຕ່ເກີດຍ່າງຫຼົງທາງຫາທາງກັບຄ້າຍບໍ່ໄດ້ ຈົນລາວໄດ້ໄປເຫັນລົດຂອງອົງກອນກາຊາດສາກົນ ດັ່ງນັ້ນ ລາວຈິ່ງໄດ້ໄປຂໍຄວາມຊ່ວຍເຫຼືອ ເຊິ່ງທາງອົງການກາຊາດສາກົນກໍ່ນຳຕົວລາວໄປສົ່ງໃຫ້ກອງທັບອິນເດຍ, ຫຼັງຈາກນັ້ນ ລາວກໍ່ຖືກຈັບຕິດຄຸກເປັນເວລາ 7 ປີ ກ່ອນຈະຖືກປ່ອຍຕົວ ຈາກນັ້ນຕຳຫຼວດຂອງອິນເດຍຍັງພາລາວໄປຢູ່ໝູ່ບ້ານ ຕິໂຣທີ ລັດມັດທະຍະ ປະເທດ ອິນເດຍ ເຊິ່ງນັບແຕ່ນັ້ນມາລາວກໍ່ບໍ່ໄດ້ຮັບອະນຸຍາດໃຫ້ເດີນທາງອອກນອກປະເທດອິນເດຍອີກເລີຍ, ໃນລະຫວ່າງທີ່ລາວອາໃສຢູ່ທີ່ອິນເດຍລາວໄດ້ສ້າງຄອບຄົວ ແຕ່ໄລຍະເວລາ 50 ປີມານີ້ ລາວບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ສັນຊາດຂອງ ອິນເດຍ ແລະ ເມື່ອບໍ່ດົນມານີ້ ກໍ່ມີນັກການທູດຈີນ ເຂົ້າຢ້ຽມຍາມລາວ ແລະ ບອກວ່າຈະປະສານງານຊ່ວຍເຫຼືອໃຫ້ລາວສາມາດເດີນທາງກັບເຂົ້າສູ່ປະເທດຈີນໄດ້ “

9--

ແລະ ເມື່ອວັນທີ 10 ກຸມພາ ທີ່ຜ່ານມານີ້ ທ່ານ ຫວັງ ສີ ພ້ອມລູກຊາຍອີກໜຶ່ງຄົນໄດ້ເດີນທາງມາຮອດສະໜາມ ບິນ ປັກກິງ ໂດຍມີຍາດພີ່ນ້ອງ ເພື່ອນມິດສະຫາຍ ແລະ ຜູ່ຄົນຈຳນວນຫຼາຍມາຕ້ອນຮັບທີ່ສະໜາມບິນຢ່າງອົບອຸ່ນ ແລະ ຫຼັງຈາກນັ້ນ ທ່ານ ຫວັງ ແລະ ລູກຊາຍກໍ່ຈະເດີນທາງຕໍ່ໄປທີ່ເມືອງ ສຽນຫຍາງ ເຊິ່ງເປັນບ້ານເກີດຂອງລາວ.

ວິດິໂອຂ່າວຈາກ: CGTN

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...