Homeຄົມຄິດຄົມຄົນຈະເກີດຫຍັງຂຶ້ນ ເມື່ອຫົວໜ້າເອີ້ນເຂົ້າໄປພົບ! (ບົດຄວາມທີ່ໜ້າອ່ານ)

ຈະເກີດຫຍັງຂຶ້ນ ເມື່ອຫົວໜ້າເອີ້ນເຂົ້າໄປພົບ! (ບົດຄວາມທີ່ໜ້າອ່ານ)

Published on

ພະນັກງານສາວສອງຄົນ ຖືກເອີ້ນໃຫ້ເຂົ້າໄປຫາ ຫົວໜ້າ ຄົນທໍາອິດ ຊື່ A ແລະ ອີກຄົນໜຶ່ງ ຊຶ່ B. ພະນັກງານຊື່ A ເປັນຄົນໜ້າຕາດີ ລາວເຮັດວຽກຢູ່ບໍລິສັດນີ້ ເປັນເວລາ 3 ປີປາຍແລ້ວ, ແຕ່ລາວ ເປັນຄົນບໍ່ຄ່ອຍດຸໝັ່ນ ຫົວໜ້າສັ່ງອັນໃດ ກໍ່ໄດ້ອັນນັ້ນ. ສ່ວນພະນັກງານ ຊື່ B ເປັນຄົນໜ້າຕາທໍາມະດາ ຫາກໍ່ເຂົ້າມາເຮັດວຽກກັບບໍລິສັດ ພຽງ 6 ເດືອນ ແຕ່ງານທີ່ຫົວໜ້າສັ່ງ ລາວບໍ່ເຄີຍຫຼ້າຊ້າ ຈັກເທື່ອ.

ເມື່ອທັງສອງຄົນເຂົ້າມາພົບກັບຫົວໜ້າ ຫົວໜ້າໄດ້ແຈ້ງໃຫ້ຮູ້ວ່າ ພະນັກງານ B ໄດ້ຮັບການເລື່ອນຕໍາແໜ່ງ ເປັນຫົວໜ້າພະແນກ, ເມື່ອໄດ້ຍິນດັ່ງນັ້ນ ພະນັກງານ A ກໍ່ຖາມຫົວໜ້າ ຂຶ້ນທັນທີ່ວ່າ: ນ້ອງເຮັດຫຍັງຜິດບໍ່ຫົວໜ້າ ຫຼື ເປັນເພາະສາເຫດ ທີ່ມື້ນັ້ນ ນ້ອງມາການສວາຍ. ຫົວໜ້າຕອບວ່າ ບໍ່ແມ່ນ… ແລ້ວເປັນຫຍັງ B ຄືໄດ້ຮັບການເລື່ອນຂັ້ນ ທັງໆທີ່ນ້ອງກໍ່ມາເຮັດວຽກກ່ອນລາວ.
ຫົວໜ້າ ບໍ່ຕອບອີຫຍັງ ແຕ່ໄດ້ມອບໝາຍວຽກໃຫ້ທັງສອງຄົນ ໂດຍໃຫ້ທັງສອງຄົນ ຕິດຕໍ່ ບໍລິສັດຕ່າງຊາດ ທີ່ເປັນລູກຄ້າ ທີ່ສົນໃຈຈະມາສົນທະນາຮ່ວມທຸລະກິດກັບບໍລິສັດ.

ຈາກນັ້ນ 10 ນາທີ ພະນັກງານ A ກໍ່ຍ່າງກັບຄືນເຂົ້າມາຫາຫ້ອງຫົວໜ້າ ອີກເທື່ອໜຶ່ງ

ຫົວໜ້າ: ຕິດຕໍ່ບໍລິສັດລູກຄ້າໄດ້ແລ້ວບໍ່ ?

A: ຈ້າວ ຕິດຕໍ່ໄດ້ແລ້ວ ລູກຄ້າ ມີຄວາມຍິນດີ ຈະມາພົບກັບຫົວໜ້າ ໃນອາທິດໜ້າ

ຫົວໜ້າ: ອາທິດໜ້າ ວັນທີ ເທົ່າໃດ ?

A: ຄືວ່າ ນ້ອງບໍ່ໄດ້ຖາມວ່າ ມື້ໃດ ທີ່ເຂົາເຈົ້າສາມາດມາໄດ້ ດຽວນ້ອງ ຈະໂທໄປຫາ ເຂົາເຈົ້າ ອີກເທື່ອ.

ຫົວໜ້າ: ແລ້ວເຂົາເຈົ້າ ຈະພາກັນມາຈັກຄົນ ?
A: ວ່າງກີ້ນີ້ ຫົວໜ້າ ບໍ່ໄດ້ບອກນ້ອງຖາມໃດ ດຽວນ້ອງຈະໂທໄປຖາມເພິ່ນໃຫ້ຕື່ມ

ຫົວໜ້າ: ແລ້ວເຂົາເຈົ້າ ຈະພາກັນເດີນທາງມາແນວໃດ ? ທາງລົດ ທາງຍົນ ?

A: ຫົວໜ້າ ບໍ່ໄດ້ບອກໃຫ້ນ້ອງຖາມ ເມື່ອກີ້ນີ້ ແຕ່ນ້ອງ ຈະໄປຖາມໃຫ້ດຽວນີ້ແຫຼະ

ຫຼັງຈາກນັ້ນ ຫົວໜ້າ ກໍ່ຂຽນຂໍ້ມູນລົງໃນເຈ້ຽ ແລ້ວ ເອີ້ນ ພະນັກງານ B ເຂົ້າມາ.

ພະນັກງານ B ເຂົ້າມາ ກໍ່ມີລັກສະນະ ບໍ່ຟ້າວຝັງຫຍັງ ແລະ ລາຍງານ ຫົວໜ້າທັນທີ
ສະບາຍດີຫົວໜ້າ ລູກຄ້າຂອງພວກເຮົາ ເພິ່ນຈະເດີນທາງມາຫາບໍລິສັດພວກເຮົາ ວັນຈັນໜ້າ ໂດຍໃຊ້ສາຍການບິນ ລາວແອລາຍ ຄາດວ່າ ຈະມາເຖິງນະຄອນຫຼວງວຽງຈັນ ປະມານ 6 ໂມງແລງ. ຄະນະຂອງເພິ່ນ ຈະມານໍາກັນທັງໝົດ 4 ຄົນ, ນ້ອງໄດ້ແຈ້ງໃຫ້ເພິ່ນຮູ້ວ່າ ພວກເຮົາໄດ້ກຽມລົດຮັບສົ່ງເພິ່ນ ໄປໂຮງແຮມ ລາວພລາຊ້າ ຊຶ່ງໃກ້ກັບບໍລິສັດຂອງພວກເຮົາດີ. ນ້ອງຍັງໄດ້ແຈ້ງໃຫ້ທາງລູກຄ້າພວກເຮົາ ຮູ້ວ່າ ອາທິດໜ້າ ວັນຈັນ ອາດຈະມີປັນຫາ ລົດຕິດ ລົດຄາໜ້ອຍໜຶ່ງ ຈາກສະໜາມບິນ ເນື່ອງຈາກເປັນວັນທໍາອິດ ຂອງການເຮັດວຽກ ດັ່ງນັ້ນ ຖ້າຈະນັດພົບກັບທ່ານປະທານ ຄິດວ່າ ໜ້າຈະເປັນວັນຄານ ຈະດີກວ່າ.

ພາຍຫຼັງທີ່ ພະນັກງານ B ລາຍງານແລ້ວ ຫົວໜ້າ ໄດ້ແນມໄປເບິ່ງທີ່ ພະນັກງານ A ແຕ່ບໍ່ເວົ້າຫຍັງ. ພະນັກງານ A ເມື່ອໄດ້ຍິນການລາຍງານ ຂອງພະນັກງານ B ແລ້ວ ລາວຮູ້ສຶກອາຍ ເພາະລາວ ຫາກໍ່ຮູ້ວ່າ ລາວເຮັດວຽກບໍ່ໄດ້ເລື້ອງເລີຍ. ລາວຈຶ່ງຕັດສິນໃຈ ຂຽນໃບລາອອກ ສົ່ງຫາຜູ້ຈັດການຂອງລາວ ໃນມື້ນັ້ນເລີຍ. ພາຍຫຼັງທີ່ລາວກັບບ້ານ ລາວໄດ້ຮັບຂໍ້ຄວາມທາງໂທລະສັບ ຈາກຫົວໜ້າລາວ ໂດຍມີເນື້ອໃນໃຈຄວາມວ່າ:

ສິ່ງສໍາຄັນທີ່ຈະເຮັດໃຫ້ນ້ອງປະສົບຜົນສໍາເລັດ ບໍ່ວ່າ ເຮັດວຽກຫຍັງກໍ່ຕາມ ແມ່ນ:
1) ບໍ່ມີບໍລິສັດໃດ ຢາກຈະລ້ຽງພະນັກງານ ທີ່ຂີ້ຄ້ານ
2) ຄວນເລິ່ມສ້າງຄຸນຄ່າ ໃຫ້ຕົນເອງກ່ອນ ຢ່າຟ້າວຄິດແຕ່ຫາ ເລື່ອງເງິນ ຢ່າງດຽວ ເພາະ ຖ້າເຮົາເລິ່ມມີຄຸນຄ່າແລ້ວ ເງິນຈະເປັນໂຕມາຫາເຮົາເອງ.
3) ທຸກອາຊີບ ຍາກລໍາບາກແຕກຕ່າງກັນໄປ ບໍ່ມີອາຊີບໃດສະບາຍທຸກຢ່າງ
4) ທຸກສາຂາອາຊີບ ມີອຸປະສັກຊຶ່ງມັນກໍ່ເປັນເລື່ອງປົກກະຕິ ຖ້າຊີວິດ ບໍ່ມີອຸປະສັກ ອັນນັ້ນແຫຼະ ທີ່ມັນເປັນເລື້ອງແປກປະຫຼາດ
5) ເມື່ອລົງມືເຮັດວຽກແລ້ວ ແຕ່ບໍ່ໄດ້ເງິນ ໃຫ້ຄິດວ່າ ເຮົາໄດ້ຮັບຄວາມຮູ້ແທນ. ຖ້າບໍ່ໄດ້ຄວາມຮູ້ ໃຫ້ຄິດວ່າ ໄດ້ປະສົບການແທນ. ຫາກໄດ້ທັງຄວາມຮູ້ ແລະ ປະສົບການ ຖືວ່າ ຊີວິດນີ້ ບໍ່ມີມື້ອົດຕາຍ.
6) ການເຮັດວຽກຮ່ວມກັນ ຖ້າຫາກເຮົາບໍ່ສາມາດປ່ຽນແປງອົງກອນໄດ້ ໃຫ້ພວກເຮົາ ລອງປ່ຽນແປງທີ່ທັດສະນະຄະຕິຂອງເຮົາເອງລອງເບິ່ງກ່ອນ

ເມື່ອພະນັກງານ A ອ່ານຂໍ້ຄວາມ ຮຽບຮ້ອຍແລ້ວ ລາວເລີ່ມເຂົ້າໃຈວ່າ ທີ່ຜ່ານມາ ລາວບໍ່ໄດ້ຕັ້ງໃຈເຮັດວຽກແບບເອົາຈິງເອົາຈັງ. ລາວໄດ້ສົ່ງຂໍ້ຄວາມກັບຄືນໄປຫາຫົວໜ້າ ແລ້ວຂອບໃຈຫົວໜ້າລາວ ທີ່ແນະນໍາແນວທາງ ໃຫ້ກັບລາວ. ຕໍ່ຈາກນີ້ໄປ ລາວຈະໄປຊອກວຽກໃໜ່ ປ່ຽນແປງຕົນເອງໃໝ່ ແລະ ຈະຕັ້ງໃຈ ເຮັດວຽກໃຫ້ດີຂຶ້ນກວ່າເກົ່າ.

 

ຂອບໃຈບົດຄວາມຈາກ: Lao Youth Radio FM 90.0 Mhz
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...