Homeຂ່າວພາຍ​ໃນນັກທຸລະກິດຕ່າງປະເທດຫຼາຍຄົນຖອດໃຈ ເມື່ອພົບຂັ້ນຕອນການຈົດທະບຽນທີ່ຫຍຸ້ງຍາກ

ນັກທຸລະກິດຕ່າງປະເທດຫຼາຍຄົນຖອດໃຈ ເມື່ອພົບຂັ້ນຕອນການຈົດທະບຽນທີ່ຫຍຸ້ງຍາກ

Published on

ທ້າວ ໄບຣອັນ ຄົນອົສຕຣາລີ ໄດ້ບອກໃຫ້ນັກຂ່າວເຮົາຮູ້ວ່າ ມີຄົນຕ່າງປະເທດຫຼາຍຄົນທີ່ຕັ້ງໃຈວ່າຈະມາເຮັດທຸລະກິດ ໃນລະດັບນ້ອຍ-ກາງຢູ່ລາວຫຼາຍຄົນຖອດໃຈກັບບ້ານ ເມື່ອພົບກັບລະບຽບ-ຂັ້ນຕອນການຂຶ້ນທະບຽນວິສາຫະກິດທີ່ລະອຽດແລະຫຼາຍຂັ້ນຕອນຂອງລາວ.

ແຫຼ່ງຂ່າວບອກວ່າ ການຈົດທະບຽນສ້າງຕັ້ງວິສາຫະກິດຢູ່ລາວ ແມ່ນມີຄວາມລະອຽດສູງ ມີເອກະສານຫຼາຍຊຸດ ໂດຍສະເພາະແມ່ນຄົນຕ່າງປະເທດ ເຊິ່ງອາດຈະມີຫຼາຍກວ່າ 10 ລາຍການ ເຊັ່ນ ໃບສະເໜີຈອງຊື່ວິສາຫະກິດ, ໃບຄຳຮ້ອງຂຶ້ນທະບຽນວິສາຫະກິດ, ກົດລະບຽບຂອງບໍລິສັດ, ສັນຍາສ້າງຕັ້ງບໍລິສັດ, ບົດບັນທຶກກອງປະຊຸມສ້າງຕັ້ງບໍລິສັດ, ໃບຢັ້ງຢືນທີ່ຕັ້ງສຳນັກງານ, ບົດສະເໜີຫຍໍ້, ຄຳປະຕິຍານພາຍຫຼັງທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ, ໃບມອບສິດໃຫ້ຜູ້ພົວພັນເອກະສານ (ບາງກໍລະນີ), ໜັງສືແຕ່ງຕັ້ງຜູ້ຕາງໜ້າຜູ້ຖືຫຸ້ນ (ບາງກໍລະນີ), ໃບສັນຍາເຊົ່າສະຖານທີ່ (ໃນກໍລະນີມີການເຊົ່າ)…

ການມີເອກະສານຫຼາຍໆ ດັ່ງກ່າວຂ້າງເທິງນັ້ນ ຜູ້ຂຽນຄິດວ່າແມ່ນຄວາມຖືກຕ້ອງແລະຈຳເປັນດ້ວຍຫຼາຍເຫດຜົນ ທັງຮັບປະກັນທາງດ້ານຄວາມສະຫງົບ, ເປັນການທົດລອງໃຈຂອງນັກລົງທຶນວ່າຈະມີຈິດໃຈແນ່ວແນ່ສໍ່າໃດ, ເປັນການຢັ້ງຢືນວ່າບໍລິສັດທີ່ສ້າງຕັ້ງຂຶ້ນນັ້ນມີຕົວຕົນແທ້ ແລະຂໍ້ສຳຄັນອື່ນໆ

ແຕ່ສ່ວນດ້ານນັກທຸລະກິດພັດວ່າ ການມີເອກະສານຫຼາຍໆ ແບບນັ້ນ ມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂຶ້ນທະບຽນ ເຊິ່ງອາດຈະເປັນສາເຫດໃຫ້ເກີດມີການດຳເນີນທຸລະກິດແບບບໍ່ຂຶ້ນທະບຽນ ຫຼືບໍ່ກໍເປັນສາເຫດໃຫ້ເກີດມີການຊື້ຈ້າງຈອບອອຍເກີດຂຶ້ນໃນຂະບວນການຈົດທະບຽນບໍລິສັດ ຫຼືຈຳເປັນຕ້ອງໄດ້ວ່າຈ້າງບໍລິສັດຊິບປິງແລ່ນຂຶ້ນທະບຽນແທນ ອັນນັ້ນເປັນການເພິ່ມຄ່າໃຊ້ຈ່າຍຕັ້ງແຕ່ຍັງບໍ່ໄດ້ຂຶ້ນທະບຽນ.

ໃນບັນດາເອກະສານທີ່ກ່າວມາຂ້າງເທິງນັ້ນ ນັກທຸລະກິດຕ່າງປະເທດບອກວ່າເກືອບທັງໝົດກໍບໍ່ເປັນອຸປະສັກ ແຕ່ເອກະສານຊຸດທີ່ເປັນອຸສັກກວ່າໝູ່ນັ້ນແມ່ນ ”ໃບສັນຍາການເຊົ່າສະຖານທີ່”. ເຂົາເຈົ້າບອກວ່າ ການເຊົ່າສະຖານທີ່ເຮັດທຸລະກິດສ່ວນຫຼາຍຕ້ອງສັນຍາເຊົ່າ 1 ປີຂຶ້ນໄປ ແລະຄ່າເຊົ່າກໍບໍ່ແມ່ນເປັນເງິນຈຳນວນໜ້ອຍ ຖ້າຫາກວ່າເຊົ່າສະຖານທີ່ໄປແລ້ວ ແຕ່ວິສາຫະກິດບໍ່ໄດ້ຮັບອະນຸຍາດ ກໍຈະເປັນການເສຍເງິນຄ່າເຊົ່າສະຖານທີ່ໄປໂດຍບໍ່ມີປະໂຫຍດ. ນີ້ເປັນສາເຫດສຳຄັນໜຶ່ງທີ່ເຮັດໃຫ້ນັກທຸລະກິດຂະໜາດນ້ອຍ-ກາງຈາກຕ່າງປະເທດຕັດສິນໃຈລົ້ມເລີກການຈົດທະບຽນວິສາຫະກິດ ແລະຖອນໂຕກັບໄປ.

ຜູ້ຄ້າຂາຍທີ່ກຳລັງຈະຈົດທະບຽນວິສາຫະກິດບອກວ່າ ຖ້າຫາກການຈົດທະບຽນວິສາຫະກິດຫຼຸດຂັ້ນຕອນລົງ ຫຼືສາມາດສະໝັກຜ່ານລະບົບອອນລາຍໄດ້ຄືກັບຢູ່ຕ່າງປະເທດ ຈະເຮັດໃຫ້ເກີດມີວິສາຫະກິດເກີດຂຶ້ນຢ່າງຫຼວງຫຼາຍ, ຜູ້ຄ້າຂາຍຈະເຂົ້າສູ່ລະບົບທີ່ລັດສາມາດຄຸ້ມຄອງໄດ້, ລັດສາມາດເກັບພາສີຈາກການດຳເນີນກິດຈະການໄດ້ຫຼາຍຂຶ້ນ…

ຄລິກອ່ານກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...