Homeຂ່າວເຫດການກອງປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີ ລາວ-ຫວຽດນາມ ຄັ້ງທີ 39 ສຳເລັດລົງຢ່າງຈົບງາມ

ກອງປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີ ລາວ-ຫວຽດນາມ ຄັ້ງທີ 39 ສຳເລັດລົງຢ່າງຈົບງາມ

Published on

ໃນວັນທີ 7-8 ກຸມພາ 2017, ຢູ່ນະຄອນຫລວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 39 ປະຈຳ​ປີ 2017, ພາຍໃຕ້ການ ເປັນປະທານຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໂດຍການເຂົ້າຮ່ວມ ຂອງບັນດາການນຳຈາກ 30 ກະຊວງ, ຂະແໜງການ ​ແລະ ທ້ອງຖິ່ນ ຂອງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງ ຄວາມຊົມເຊີຍຕໍ່ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນລາວ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ພ້ອມກ່າວຢ້ຳວ່າ ຄວາມສຳພັນ ລະຫວ່າງ ຫວຽດນາມ-ລາວ ແມ່ນຄວາມສຳພັນແບບພິເສດ, ມີໜຶ່ງບໍ່ມີສອງໃນໂລກ. ຍາມໃດຫວຽດນາມ ກໍຈະເຮັດສຸດ ຄວາມສາມາດຂອງຕົນ ໃນການຮ່ວມມື ຊ່ວຍເຫລືອລາວ ໃນການພັດທະນາ ປະເທດຊາດ, ທັງ​ມີ​ການປະສານສົມທົບກັນ ຢ່າງໜັກແໜ້ນ ແລະ ມີປະສິດທິຜົນໃນເວທີສາກົນ. ເຊິ່ງທັງສອງຝ່າຍ ຈະຕ້ອງປະສານ ສົມທົບກັນໃຫ້ດີ ໃນການເຄື່ອນໄຫວ ເພື່ອສະເຫລີມສະຫລອງ 55 ປີ ວັນສ້າງສາຍພົວພັນການທູດ ລາວ-ຫວຽດນາມ (05/9/1962-05/9/2017) ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2017) ໃນປີ 2017​ ນີ້ໃຫ້ມີເນື້ອໃນ ເລິກເຊິ່ງ ແລະ ມີຄວາມໝາຍ. ພາຍຫລັງກອງປະຊຸມຄັ້ງນີ້, ລັດຖະບານຫວຽດນາມ ຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ​ແລະພາກສ່ວນທີ່ກ່ຽວຂ້ອງ ​ໃຫ້ປະສານສົມທົບ ກັບຝ່າຍລາວ ໃນການຜັນຂະຫຍາຍ ແລະປະຕິບັດ ບັນດາຂໍ້ຕົກລົງ ໃຫ້ມີຜົນສັກສິດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະ​ແດງ​ຄວາມຂອບໃຈ ຕໍ່ການ ຕ້ອນຮັບ ຢ່າງສະໜິດສະໜົມ ຂອງທ່ານ ນາຍົກລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ພ້ອມທັງ ເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ ຈະເປັນພະລັງໃໝ່ ໃນການເຮັດໃຫ້ການຮ່ວມມື ລະຫວ່າງ ສອງປະເທດ ນັບມື້ ເຂົ້າສູ່ຕົວຈິງ ​ແລະ ມີປະສິດທິຜົນ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການ ເພີ່ມພູນຄູນສ້າງ ຄວາມສຳພັນ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ​ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ປີ 2017 ເປັນປີທີ່ມີ ຄວາມໝາຍສຳຄັນທີ່ສຸດ ເພື່ອກະກຽມໃຫ້ແກ່ການ ສະເຫລີມສະຫລອງ ສອງວັນປະຫວັດສາດ ນັ້ນກໍ ຄື: 55 ປີ ວັນສ້າງສາຍພົວພັນການທູດ ລາວ-ຫວຽດນາມ (05/9/1962 -05/9/2017) ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2017) ໃນປີ 2017​ ນີ້ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີຄວາມໝາຍ. ຝ່າຍລາວເຫັນດີ ໃນການປະສານສົມທົບ ກັບຝ່າຍຫວຽດນາມ ໃນການຈັດຕັ້ງ ການສະເຫລີມສະຫລອງ ໃຫ້ມີບັນຍາກາດຄຶກຄື້ນ, ກວ້າງຂວາງ ​ແລະ ມີຄວາມໝາຍ, ທັງເປັນການປະກອບສ່ວນ ໂຄສະນາເຜີຍແຜ່ຢ່າງ ເລິກເຊິ່ງ ກ່ຽວກັບຄວາມ ສຳພັນແບບພິເສດ ລາວ-ຫວຽດນາມ ເປັນຕົ້ນແມ່ນ ໃນຄົນຮຸ່ນໜຸ່ມ ຂອງສອງປະເທດ.

ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງ ແລະ ເພິ່ງພໍໃຈ ຕໍ່ຜົນການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ. ໃນປີ 2016 ຜ່ານມາ, ສອງຝ່າຍໄດ້ຜັນຂະຫຍາຍ ຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງ ລະຫວ່າງກະຊວງ, ຂະແໜງການ ​ແລະ ທ້ອງຖິ່ນ, ພິເສດແມ່ນການຮ່ວມມື ທາງດ້ານ ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການຮ່ວມມືດ້ານ ເສດຖະກິດ, ການຮ່ວມມືດ້ານ ຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ, ການຮ່ວມມື ດ້ານວັດທະ ນະທຳ-ສັງຄົມ ລະຫວ່າງ ປະຊາຊົນ ສອງປະເທດ ນັບມື້ເພີ່ມຂຶ້ນ ແລະ ເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນ ດ້ານການສຶກສາ ສ້າງຊັບພະຍາກອນມະນຸດ. ປັດຈຸບັນ ມີນັກຮຽນ, ນັກສຶກສາລາວ ທີ່ກຳລັງສຶກສາ ຄົ້ນຄວ້າ ຢູ່ ສສ ຫວຽດນາມ ປະມານ 14.000 ຄົນ. ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ ສປປ ລາວ 408 ກວ່າໂຄງການ, ມູນຄ່າການລົງທຶນ 3,7 ຕື້ ໂດລາສະຫະລັດ, ຈັດຢູ່ອັນດັບ 3 ໃນຈຳນວນ ປະເທດ ແລະ ເຂດແຄ້ວນ ມາລົງທຶນຢູ່ລາວ.

ພາຍຫລັງ ສຳ​ເລັດກອງປະຊຸມ, ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານ ​ໃນພິທີລົງນາມ ການຮ່ວມມື ສີ່ສະບັບ ປະກອບມີ: ບົດບັນທຶກກອງປະຊຸມ ຄັ້ງທີ 39, ຂໍ້ຕົກລົງວ່າດ້ວຍ ແຜນງານຮ່ວມມື ປະຈຳປີ 2017, ແຜນການຮ່ວມມື ປະຈຳປີ 2017 ລະຫວ່າງສອງກະຊວງ ສຶກສາທິການ ແລະກິລາ,  ບົດບັນທຶກສ້າງຕັ້ງ ບໍລິສັດຮ່ວມທຸລະກິດລົງທຶນ ໂຄງການສາຍສົ່ງໄຟຟ້າ 500 kv ຈາກ ລາວ-ຫວຽດນາມ ລະຫວ່າງ ກຸ່ມບໍລິສັດ ພົງຊັບທະວີ ແລະ ບໍລິສັດ ຮຸ້ນສ່ວນພັດທະນາໄຟຟ້າ ແລະ ພື້ນຖານໂຄງລ່າງ ຮ່າໂນ້ຍ-ວຽງຈັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...