Homeຂ່າວຕ່າງປະເທດກອງທັບສະຫະລັດທົດສອບຍິງຂີປະນາວຸດຂ້າມທະວີບ

ກອງທັບສະຫະລັດທົດສອບຍິງຂີປະນາວຸດຂ້າມທະວີບ

Published on

ສຳນັກຂ່າວເອພີລາຍງານຈາກຖານທັບອາກາດແວນເດນເບຣິກ ປະເທດສະຫະລັດອາເມລິກ ເມື່ອວັນທີ 9 ກຸມພາ 2017 ວ່າ. ຂີປະນາວຸດຂ້າມທະວີບ ມິນິມແມນ 3 ບໍ່ຕິດຫົວຮົບນິວເຄຣຍ ຖືກຍິງຂຶ້ນຈາກຖານທັບອາກາດແວນເດນເບຣີກ ທາງຕະເວັນຕົກສຽງເໜືອຂອງເມືອງ ລອສແອງເຈລິສ ເມື່ອເວລາ 23.39 ໂມງ ໃນເມື່ອວັນພຸດທີ່ຜ່ານມາ.

ຖະແຫຼງການຂອງກອງທັບອາກາດສະຫະລັດກ່າວວ່າ ມິນິທແມນ 3 ບັນລຸຍານທົດສອບການກັບຄືນສູ່ໂລກ ມຸ່ງໜ້າໄປສູ່ພື້ນທີ່ເປົ້າໝາຍເທິງເກາະປະກາລັງຄວາຈາລິນ ຂອງໝູ່ເກາະມາຣແຊລ ໃນມະຫາສະໝຸດປາຊີຟິກ

ກອງທັບອາກາດສະຫະລັດມັກຈະໃຊ້ຖານທັບອາວະກາດແວນເດນເບີຣກເປັນປະຈຳ ໃນການທົດສອບຂີປະນາວຸດ ມິນິທແທນຈາກຖານທັບຕ່າງໆ ທົ່ວປະເທດ ການທົດສອບກ່ຽວພັນກັບບຸກຄະລາກອນຈາກຝູງບິນທົດສອບທີ 576 ຂອງຖານທັບແວນເດນເບຣິກ ແລະ ໜ່ວຍຂີປະນາວຸດທີ 91 ຈາກຖານທັບອາກາດມີໂນນ ລັດນໍຣດາໂກຕາ.

 

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/554553
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...