spot_img
Homeວັນນະກຳເລື່ອງເລົ່າສັບສົນຄວາມຮູ້ສຶກ ລະຫວ່າງ "ແຟນເກົ່າ" ກັບ "ແຟນໃໝ່"

ສັບສົນຄວາມຮູ້ສຶກ ລະຫວ່າງ “ແຟນເກົ່າ” ກັບ “ແຟນໃໝ່”

Published on

ດົນແລ້ວທີ່ແອັດມິນບໍ່ໄດ້ເຂົ້າມາຂຽນ ນິຍາຍໃຫ້ແຟນເພສໄດ້ອ່ານ ເພາະຕອນນີ້ແອັດມິນກຳລັງຢູ່ໃນຊ່ວງຄົ້ນຫາແຮງບັນດານໃຈໃນການຂຽນເລື່ອງໃໝ່ຢູ່ ໄວ້ຮວບຮວມໂຄງຮ່າງຂອງເລື່ອງສຳເລັດມື້ໃດແລ້ວຈະມາຂຽນ ນິຍາຍເລື່ອງໃໝ່ໃຫ້ອ່ານເດີ້. ແຕ່ມື້ນີ້ແອັດມິນມີໜຶ່ງເລື່ອງທີ່ເກີີດຈາກຊີວິດຈິງທີ່ກ່ຽວກັບຄວາມຮັກ ມາເລົ່າໃຫ້ແຟນເພສທັງຂາປະຈຳ ແລະ ຂາຈອນໄດ້ອ່ານກ່ອນທີ່ນິຍາຍເລື່ອງໃໝ່ຈະອອກ, ມັນເປັນເລື່ອງລາວຄວາມສັບສົນທາງດ້ານຄວາມຮູ້ສຶກທີ່ມີລະຫວ່າງແຟນເກົ່າ ກັບ ແຟນໃໝ່ ເຊິ່ງເປັນປະສົບການທີ່ເຄີຍເກີດຂຶ້ນກັບຕົວແອັດມິນເອງ ແລະ ເລື່ອງແບບນີ້ເຊື່ອວ່າກໍ່ອາດເຄີຍເກີດຂຶ້ນກັບຊີວິດຈິງຂອງໃຜບາງຄົນເຊັ່ນດຽວກັນ. ແຕ່ເອົາເປັນວ່າຕອນນີ້ມາອ່ານເລື່ອງຂອງແອັດມິນກ່ອນ ແລະ ຖ້າໃຜຕ້ອງການແຊຣປະສົບການຄວາມຮັກ ຢາກເລົ່າເລື່ອງຄວາມຮັກຂອງຕົວເອງກໍ່ຂຽນສົ່ງມາທາງຂໍ້ຄວາມເຟສບຸກເພສ ຂອງລາວໂພສຕ໌ ໄດ້, ຖ້າເລືອງຂອງທ່ານໜ້າສົນໃຈດຽວແອັດມິນຈະເອົານຳມາເຜີຍແຜ່ຕໍ່ໃຫ້ເພື່ອນໆໄດ້ອ່ານນຳກັນ “ນີ້ຖືວ່າເປັນການແຊຣປະສົບການ” ໃນການເລົ່າເລື່ອງຂໍແທນນາມຕົວເອງວ່າ “ຂ້ອຍ” ເພື່ອໃຫ້ທຸກຄົນເຂົ້າໃຈງ່າຍຂຶ້ນ.

ຄືເລື່ອງມັນມີຢູ່ວ່າ: ຕັ້ງແຕ່ທີ່ຂ້ອຍກັບແຟນເກົ່າໄດ້ເລີກລາກັນໄປເປັນເວລາຫຼາຍປີ ແລະ ຕ່າງຝ່າຍຕ່າງກໍ່ພາກັນໄປມີແຟນໃໝ່ທັງຄູ່ ເຖິງແມ່ນວ່າຂ້ອຍກັບແຟນເກົ່າຈະເລີກກັນໄປແລ້ວແຕ່ພວກຂ້ອຍກໍ່ຍັງຕິດຕໍ່ກັນ ໃຫ້ຄວາມຊ່ວຍເຫຼືອກັນໄດ້ໃນຖານະໝູ່ ສາມາດລົມກັນໄດ້ບໍ່ວ່າຈະເປັນເລື່ອງໃດໆ ແມ່ນແຕ່ວ່າເວລາທີ່ຂ້ອຍ ຫຼື ລາວ ເກີດມີບັນຫາຜິດໃຈກັບແຟນທີ່ຄົບຢູ່ປັດຈຸບັນ ກໍ່ຈະຫັນໜ້າມາປຶກສາກັນ ແລະ ກໍ່ໄດ້ຮັບຄຳເວົ້າປອບໃຈ, ກຳລັງໃຈຈາກອີກຝ່າຍໃຫ້ຮູ້ໂອເຄຂຶ້ນຢູ່ສະເໝີ ເຊິ່ງປັດຈຸບັນນີ້ແຟນເກົ່າຂອງຂ້ອຍກໍ່ໄດ້ເລີກກັບແຟນໃໝ່ຂອງລາວແລ້ວ ສ່ວນຂ້ອຍກໍ່ຍັງຄົງຄົບກັບແຟນຄົນປັດຈຸບັນຢູ່ຄືເກົ່າ ແຟນຄົນປັດຈຸບັນຂອງຂ້ອຍລາວເປັນຄົນດີ ເຖິງຈະເອົາໃຈຂ້ອຍບໍ່ເກັ່ງ, ເປັນຄົນເຢັນຊາເວົ້່າໜ້ອຍ, ມີໂລກສ່ວນຕົວສູງ ແລະ ບໍ່ສົນໃຈເລື່ອງຂອງຄົນອື່ນ ນອກຈາກເລື່ອງຂອງຕົນ ເອງ ຈົນບາງຄັ້ງຂ້ອຍກໍ່ຮູ້ສຶກວ່າ “ເຮີ້ຍ! ສົນໃຈຄວາມຮູ້ສຶກຂອງຂ້ອຍແນ່, ເຂົ້າໃຈຂ້ອຍແນ່! ຍາມຂ້ອຍມີບັນຫາ, ຍາມຂ້ອຍທໍ້ຂ້ອຍເມື່ອຍ ຂ້ອຍຢາກໄດ້ຍິນຄຳເວົ້າທີ່ເປັນດັ່ງກຳລັງໃຈຈາກເຈົ້າ ບໍ່ແມ່ນໄດ້ຍິນຈາກຄົນອື່ນ” ປານນັ້ນພຸ້ນລະ…! ແຕ່ເຖິງຢ່າງໃດຂ້ອຍກໍ່ຍັງຮັກແຟນຄົນປັດຈຸບັນຂ້ອຍຢູ່ ແລະ ບໍ່ຄິດຈະເລີກ ເພາະບາງຄັ້ງແຟນໃໝ່ຂ້ອຍກໍ່ເຮັດໃຫ້ຂ້ອຍມີຄວາມສຸກໄດ້ຄືກັນ ອາດຈະເປັນເພາະຮອຍຍິ້ມ ແລະ ແມ່ນຫຍັງທີ່ມີໃນຕົວຂອງລາວຫຼາຍໆຢ່າງທີ່ຂ້ອຍຮູ້ສຶກປະທັບໃຈ.

ຂ້ອຍມັກທີ່ຈະລົມກັບແຟນເກົ່າຂ້ອຍຫຼາຍກວ່າລົມກັບແຟນໃໝ່ຂ້ອຍ ເພາະເວລາລົມນຳແລ້ວຮູ້ສຶກສະບາຍໃຈ ຄືລົມກັບເພື່ອນ ເວລາຢູ່ໃກ້ກໍ່ຮູ້ສຶກມີຄວາມສຸກ ເຮົາສາມາດລົມໄດ້ທຸກເລື່ອງ ຢອກຫົວກັນໄດ້ແບບບໍ່ຕ້ອງເກງໃຈ ຄືເປັນຕົວຂອງຕົວເອງສຸດໆ ເວົ້າໄປເວົ້າມາແຟນເກົ່າຂ້ອຍຈະຄອຍໃຫ້ກຳລັງຂ້ອຍໃນຍາມມີບັນຫາຫຼາຍກວ່າແຟນທີ່ຂ້ອຍຄົບຢູ່ໃນປັດຈຸບັນນີ້ດ້ວຍຊ້ຳ ເພາະເວລາຂ້ອຍເສົ້າແຟນເກົ່າຂ້ອຍກໍ່ຈະເສົ້າໄປນຳ, ເວລາຂ້ອຍຫົວແຟນເກົ່າຂ້ອຍກໍ່ຈະຫົວໄປນຳ ມີບາງຄັ້ງຂ້ອຍກໍ່ຄິດສັບສົນວ່າຄວາມຈິງແລ້ວ “ຂ້ອຍກັບແຟນເກົ່າເຮົາຢູ່ໃນສະຖານະພາບຫຍັງກັນແທ້! ເຮົາເລີກກັນແທ້ໆແລ້ວຫວາ ຫຼື ເຮົາຫ່າງກັນຊື່ໆ ຫຼື ເຮົາບໍ່ເຄີຍເປັນແຟນກັນມາຕັ້ງແຕ່ຕົ້ນ ຫຼື ເຮົາບໍ່ເຄີຍເລີກກັນມາຕັ້ງແຕ່ຕົ້ນ”, ແລ້ວສຳລັບແຟນໃໝ່ “ເຖິງເຂົາຈະບໍ່ເຂົ້າໃຈເຮົາປານໃດ ບໍ່ສົນໃຈເຮົາປານໃດ ແຕ່ເປັນຫຍັງເຮົາຄືຮູ້ສຶກຮັກແທ້ ” ສະຫຼຸບຄືສັບສົນແຮງ 555 ເພາະ “ແຟນເກົ່າເຮົາກໍ່ຍັງຮູ້ສຶກຄິດຮອດ ແລະ ໃຈຫາຍເມື່ອຄິດເຖິງວັນທີ່ຕ້ອງຈາກລາ” ສ່ວນ “ແຟນຄົນປັດຈຸບັນກໍ່ຮູ້ສຶກຮັກ ແລະ ບໍ່ຢາກເສຍເຂົາໄປເຖິງຂົາຈະເປັນຄົນເຢັນຊາແຕ່ເຮົາກໍ່ມີຄວາມສຸກທີ່ມີເຂົາຢູ່ຂ້າງໆ”.

ເລື່ອງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...