Homeຂ່າວຕ່າງປະເທດນາຍົກກຳປູເຈຍ ເຂັ້ມປາບຢາເສບຕິດ ເດືອນດຽວຈັບກວ່າ 2,400 ຄົນ ແຕ່ຮັບປະກັນບໍ່ຮຸນແຮງຄືຟິລິບປິນ

ນາຍົກກຳປູເຈຍ ເຂັ້ມປາບຢາເສບຕິດ ເດືອນດຽວຈັບກວ່າ 2,400 ຄົນ ແຕ່ຮັບປະກັນບໍ່ຮຸນແຮງຄືຟິລິບປິນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກຸມພານີ້ວ່າ ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີມາດຕະການປາບປາມຢາເສບຕິດ ຫລັງຈາກທີ່ສາມາດຈັບກຸມຜູ້ຖືກສົງໄສ ຄະດີກ່ຽວຂ້ອງກັບຢາເສບຕິດໄດ້ເຖິງ 2,482 ຄົນພາຍໃນເດືອນດຽວ.  ມາດຕະການປາບປາມຢາເສບຕິດຄັ້ງໃຫຍ່ດັ່ງກ່າວນີ້ ໄດ້ເລີ່ມຂຶ້ນຕັ້ງແຕ່ເດືອນມັງກອນທີ່ຜ່ານມາ ຢູ່ປະເທດກຳປູເຈຍ ຊຶ່ງຄ້າຍຄືກັນກັບການເຮັດສົງຄາມກວາດລ້າງຢາເສບຕິດໃນຟິລິລປິນ ພາຍໃຕ້ການນຳຂອງ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ, ແຕ່ທ່ານ ຮຸນແຊນ ກ່າວວ່າ ການປາບປາມໃນກຳປູເຈຍນັ້ນ ຈະບໍ່ນຳໄປສູ່ການນອງເລືອດຄືຢູ່ຟິລິບປິນ ທີ່ມີປະຊາຊົນກວ່າ 7,000 ຄົນ ຖືກສັງຫານ ພາຍໃນໄລຍະ 7 ເດືອນຜ່ານມາ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...