spot_img
Homeຂ່າວເຫດການລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ ສາທາລະນະລັດກູບາ ຄົນໃໝ່

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ ສາທາລະນະລັດກູບາ ຄົນໃໝ່

Published on

ຂປລ. ​ໃນວັນທີ 8 ກຸມພາ 2017 ນີ້ ທີ່ກະຊວງການຕ່າງປະເທດ ທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປປລາວໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ Pablo Antonio Rodriguez Vidal ​ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ກູບາ ປະຈໍາສປປ ລາວ ຄົນໃໝ່ ພາຍຫລັງທີ່ໄດ້ຍືນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສປປ ລາວ.

ທ່ານ ສະເຫລີໄຊ ກົມມະສິດໄດ້ສະແດງຄວາມຍິນດີຕ້ອນຮັບແລະ ຊົມເຊີຍຕໍ່ ການດໍາລົງຕໍາ ແໜ່ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ກູບາ ປະຈໍາ ສປປ ລາວ ຄົນໃໝ່ຂອງທ່ານ Pablo Antonio Rodriguez Vidal ​ແລະໄດ້ຕີລາຄາສູງ ການພົວພັນສອງຝ່າຍ ແມ່ນມີການພົວພັນກັນ ຢ່າງເປັນປົກກະຕິແລະເປັນການພົວພັນ ທີ່ມີມູນເຊື້ອນໍາກັນ​​ ຕະຫລອດມາໂດຍສະເພາະ ໃນໂອກາດສໍາຄັນຕ່າງໆ ການນໍາຂັ້ນສູງ ຂອງສອງປະເທດ ກໍໄດ້ສົ່ງສານອວຍພອນເຊິ່ງກັນແລະ ກັນ, ສະແດງຄວາມເສຍໃຈ ອີກເທື່ອໜຶ່ງຕໍ່ການລ່ວງລັບໄປ ຂອງສະຫາຍ ຟີ​​ເດນ ກາສໂຕຼ ຣຸດສ໌ເຊິ່ງຖືເປັນການສູນເສຍ ຜູ້ນໍາການປະຕິວັດທີ່ຍິ່ງໃຫຍ່ ຂອງພັກລັດຖະບານແລະ ປະຊາຊົນອ້າຍນ້ອງ ທີ່ເປັນການສູນເສຍເພື່ອນມິດສະຫາຍ ຮ່ວມອຸດົມການ ຂອງພັກລັດຖະບານ ປະຊາຊົນລາວອີກດ້ວຍ ພ້ອມນີ້ ທ່ານ ສະເຫລີໄຊ ກົມມະສິດ ຍັງໄດ້ສະເໜີທ່ານທູດຄົນໃໝ່ ໃຫ້ການຊ່ວຍເຫລືອ ໃນການພັດທະນາຊັບພະຍາກອນມະນຸດຂອງລາວ ໃນຮູບການໃຫ້ທຶນການສຶກສາ ໃຫ້ແກ່ນັກສຶກສາລາແລ ນັກການທູດໜຸ່ມນ້ອຍ, ດ້ານພາສາຕ່າງປະເທດ, ​ເຕັກນິກວິຊາສະເພາະ ໃນໄລຍະສັ້ນແລະ ຍາວໃນອະນາຄົດ, ສະເໜີ​​ໃຫ້ສືບຕໍ່ຊ່ວຍຊຸກຍູ້ ໃຫ້ມີການແລກປ່ຽນ ຢ້ຽມຢາມເຊິ່ງກັນແລະ ກັນ ຂອງການນໍາຂັ້ນສູງ ລະຫວ່າງ ສອງປະເທດເພື່ອເປັນການເສີມຂະຫຍາຍ ການຮ່ວມມືດ້ານເສດຖະກິດ, ການຄ້າແລະ ການລົງທຶນ ນໍາກັນ ຫລື ຂະແໜງການຮ່ວມມືອື່ນໆ ທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນໃນໂອກາດນີ້ ທ່ານ ສະເຫລີໄຊ ກົມມະສິດ ຍັງໄດ້ແຈ້ງຜົນສໍາເລັດ ຂອງການເປັນເຈົ້າພາບ ຈັດກອງປະຊຸມສໍາຄັນຕ່າງໆໂດຍສະເພາະ ການເປັນປະທານ ຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28-29 ​ແລະ ກອງປະຊຸມປິ່ນອ້ອມຕ່າງໆ ​​ໃນລະຫວ່າງວັນທີ6-8 ກັນຍາ 2016 ຜ່ານມາ, ອວຍພອນໃຫ້ສະຫາຍທູດ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ ວຽກງານຂອງຕົນຢູ່ ສປປ ລາວ

ທ່ານ Pablo Antonio Rodriguez Vidal ​ໄດ້ສະແດງ ຄວາມຂອບໃຈຕໍ່ທ່ານ ສະເຫລີໄຊ ກົມມະສິດ ທີ່ໄດ້ໃຫ້ຕ້ອນຮັບໃນຄັ້ງນີ້ ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນອງ ສປປ ລາວ ໃນໄລຍະຜ່ານມາແລະ ສະເໜີໃຫ້ສືບຕໍ່ ການສະໜັບສະໜູນ ເຊິ່ງກັນແລະ ກັນ ໃນເວທີສາກົນ, ຢືນຢັນການພົວພັນຮ່ວມມື ລະຫວ່າງ ສປປ ລາວແລະ ກູບາ ຖານສະຫາຍອ້າຍນ້ອງ ຈະບໍ່ມີການປ່ຽນແປງ ໃນນາມເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ກູບາ ປະຈໍາ ສປປ ລາວຈະເຮັດສຸດຄວາມສາມາດ ໃນການເສີມຂະຫຍາຍແລະເພີ່ມທະວີການພົວພັນຮ່ວມມື ອັນດີທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາ ກູບາໂດຍສະເພາະ ຜັນຂະຫຍາຍຜົນການຢ້ຽມຢາມ ກູບາ ຂອງທ່ານປະທານປະເທດ ໃນໄລຍະຜ່ານມາທັງຝ່າຍພັກແລະ ຝ່າຍລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...