spot_img
Homeຂ່າວຕ່າງປະເທດຕຶກສູງພຽງຟ້າສະໄຕລໃໝ່ມີຕົ້ນໄມ້ປົກຄຸມທັງຕຶກເລີ່ມການກໍ່ສ້າງທີ່ປະເທດຈີນ

ຕຶກສູງພຽງຟ້າສະໄຕລໃໝ່ມີຕົ້ນໄມ້ປົກຄຸມທັງຕຶກເລີ່ມການກໍ່ສ້າງທີ່ປະເທດຈີນ

Published on

ຖ້າຈະເວົ້າເຖິງຄວາມຄິດສ້າງສັນ ຈິນຕະນາການທີ່ສຸດອະລັງການບໍ່ວ່າຈະເປັນເລື່ອງໃດໆກໍ່ຕ້ອງຍົກໃຫ້ຈີນ ເພາະໃນປັດຈຸບັນ ໄດ້ມີແຜນທີ່ຈະກໍ່ສ້າງ ຕຶກສູງພຽງຟ້າທີ່ມີສະໄຕລການອອກແບບໂດຍການປູກຕົ້ນໄມ້ນ້ອຍໃຫຍ່ປົກຄຸມທົ່ວຕຶກ

Stefano Boeri ສະຖາປະນິກຜູ້ອອກແບບຮຽກຕຶກນີ້ວ່າ “Vertical Forest”  ເຊິ່ງປັດຈຸບັນກຳລັງໄດ້ຮັບຄວາມນິຍົມ ຈາກຕຶກຫຼັງທຳອິດທີ່ສ້າງຂຶ້ນໃນເມືອງ ມິລານ ປະເທດ ອິຕາລີ ທີ່ໄດ້ກໍ່ສ້າງໄປແລ້ວ ແລະ ຫຼັງທີສອງທີ່ເມືອງ ໂລຊານ ປະເທດ ສະວິດເຊີແລນ ທີ່ກຳລັງອອກແບບລາຍລະອຽດ ແລະ ຕອນນີ້ຕຶກຫຼັງທີສາມໄດ້ເປີດເຜີຍແຜນທີ່ຈະກໍ່ສ້າງທີ່ເມືອງ ນານກິງ ປະເທດຈີນ.

ໂຄງການ Nanjing Green Towers ອອກແບບໂດຍບໍລິສັດ Stefano Boeri Architetti ຈະເປັນ Vertical Forest ແຫ່ງທຳອິດໃນທະວີບອາຊີບ ປະກອບດ້ວຍທາວເວີຄູ່ມີໂພດຽມຢູ່ທີ່ຍອດຕົວຕຶກສູງ 200 ແມັດ ແລະ ເນື້ອທີ່ຈຳນວນ 108 ແມັດ ມີພື້ນທີ່ສຳນັກງານ, ໂຮງແຮມ, ໂຮງຮຽນ, ຮ້ານຄ້າ,​ ພັດຕະຄານ, ຮ້ານກິນດື່ມ, ຫ້ອງປະຊຸມ, ສະລອຍນ້ຳ ແລະ ພື້ນທີ່ສຳລັບການຈັດງານຕ່າງໆ

g-

ອາຄານຫຼັງນີ້ຈະປູກຕົ້ນໄມ້ຂະໜາດໃຫຍ່ 600 ຕົ້ນ, ຕົ້ນໄມ້ຂະໜາດກາງ 500 ຕົ້ນ (ຄັດເລືອກຈາກຕົ້ນໄມ້ທ້ອງ ຖິ່ນ 23 ສາຍພັນ) ຍັງມີຂະໜາດຕົ້ນໄມ້ຫຼຸດກັນລົງມາອີກ 2,500 ຕົ້ນ ແລະ ໄມ້ພຸ່ມໃນໂຖຄອນກີດທີ່ຈະປູກຕາມລະບຽງ ເຊິ່ງອາຄານຫຼັງນີ້ຈະເຮັດໃຫ້ຜູ້ທີ່ຢູ່ອາໃສໄດ້ໃກ້ຊິດກັບທຳມະຊາດພ້ອມມີຄຸນນະພາບຊີວິດທີ່ດີ.

ບໍລິສັດຜູ້ອອກແບບຍັງມີແຜນທີ່ຈະອອກແບບຕຶກ Vertical Forest ອີກຫຼາຍໆເມືອງໃນປະເທດຈີນໄດ້ແກ່: ຊຽງໄຮ້, ກຸ້ຍໂຈວ, ສື່ເຈຍຈວງ ແລະ ຈຸງກິງ ບໍລິສັດ Nanjing Yang Zi State-Owned Investment Group ທີ່ເປັນເຈົ້າຂອງໂຄງການນີ້ໄດ້ຕັ້ງເປົ້າໝາຍທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດພາຍໃນປີ 2018.

ver

 

ແຫລ່ງຂ່າວຈາກ: http://www.takieng.com/stories/3642
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...