Homeຂ່າວຕ່າງປະເທດອັງກິດສົ່ງເຮືອບິນຮົບ ສະກັດປ່ຽນເສັ້ນທາງ ເຮືອບິນໂດຍສານປາກີສະຖານ ໃຫ້ລົງຈອດບ່ອນອື່ນແທນ

ອັງກິດສົ່ງເຮືອບິນຮົບ ສະກັດປ່ຽນເສັ້ນທາງ ເຮືອບິນໂດຍສານປາກີສະຖານ ໃຫ້ລົງຈອດບ່ອນອື່ນແທນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກຸມພານີ້ວ່າ ກອງທັບອັງກິດ ໄດ້ສົ່ງຝູງເຮືອບິນສູ້ຮົບ ບິນເຂົ້າສະກັດ ແລະ ອາລັກຂາ ເຮືອບິນໂດຍສານຂອງ ສາຍການບິນປາກີສະຖານ ອິນເຕີເນຊັນແນວ ແອຣ໌ລາຍ ຖ້ຽວບິນ PK757 ທີ່ບິນຈາກນະຄອນຫລວງລາຮໍ ມຸ່ງໜ້າສູ່ເມືອງຮີດໂທ ປະເທດອັງກິດ ເພື່ອໃຫ້ປ່ຽນເສັ້ນທາງໄປລົງຈອດ ທີ່ສະໜາມບິນສະແຕນສະເຕດ ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫລວງລອນດອນແທນ ເນື່ອງຈາກກັງວົນວ່າ ອາດຖືກຈີ້ ຫລື ປະເຊີນກັບໄພກໍ່ການຮ້າຍ.

ແນວໃດກໍຕາມ, ພາຍຫລັງເຮືອບິນລຳດັ່ງກ່າວຖືກລົງຈອດ ແລະ ໄດ້ມີການສືບສວນຂອງເຈົ້າໜ້າທີ່ຕຳຫລວດ ຊຶ່ງໄດ້ມີການຖະແຫລງໃນເວລາຕໍ່ມາວ່າ ການບັງຄັບໃຫ້ເຮືອບິນລຳດັ່ງກ່າວ ປ່ຽນເສັ້ນທາງບິນໃນຄັ້ງນີ້ ສືບເນື່ອງຈາກມີລາຍງານວ່າ ເກີດເຫດຜູ້ໂດຍສານກໍ່ຄວາມວຸ້ນວາຍເທິງເຮືອບິນ ແລະ ບໍ່ເຊື່ອວ່າເຫດການນີ້ ຈະເປັນເຫດການຈີ້ເຮືອບິນ ຫລື ເປັນປະເດັນກ່ຽວກັບການກໍ່ການຮ້າຍ.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...