Homeຂ່າວຕ່າງປະເທດຜູ້ຂໍວີຊາເຂົ້າອາເມຣິກາ ອາດຕ້ອງເຜີຍລະຫັດຜ່ານ ໂຊຊຽວມີເດຍຂອງຕົນ ໃຫ້ເຈົ້າໜ້າທີ່ກວດສອບປະຫວັດ

ຜູ້ຂໍວີຊາເຂົ້າອາເມຣິກາ ອາດຕ້ອງເຜີຍລະຫັດຜ່ານ ໂຊຊຽວມີເດຍຂອງຕົນ ໃຫ້ເຈົ້າໜ້າທີ່ກວດສອບປະຫວັດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກຸມພານີ້ວ່າ ທ່ານ ຈອນ ເຄນລີ ລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ ສະຫະລັດອາເມຣິກາ ໄດ້ອອກມາຖະແຫລງເມື່ອວັນທີ 7 ກຸມພາຜ່ານມານີ້ ລະບຸວ່າ ສະຖານທູດສະຫະລັດຯ ອາດຈະຂໍໃຫ້ຜູ້ຍື່ນຄຳຮ້ອງຂໍວີຊາເຂົ້າປະເທດ ຕ້ອງໄດ້ເປີດເຜີຍລະຫັດຜ່ານເວັບໄຊ ສື່ສັງຄົມອອນລາຍ ຫລື ໂຊຊຽວມີເດຍຂອງຕົນເອງ ໃຫ້ແກ່ເຈົ້າໜ້າທີ່ ເພື່ອເຂົ້າກວດສອບປະຫວັດການໃຊ້ງານ ຊຶ່ງມາດຕະການດັ່ງກ່າວນີ້ ກຳລັງຖືກພິຈາລະນາຢູ່ ແລະ ອາດເປັນສ່ວນໜຶ່ງຂອງນະໂຍບາຍ ກວດສອບຄົນເຂົ້າປະເທດທີ່ເຂັ້ມງວດຂຶ້ນ ເພື່ອກີດກັ້ນບຸກຄົນທີ່ອາດເປັນໄພຕໍ່ຄວາມໝັ້ນຄົງ ໂດຍສະເພາະພົນລະເມືອງຈາກ 7 ປະເທດມຸດສະລິມ ທີ່ຍັງບໍ່ທັນມີລະບົບການກວດສອບປະຫວັດທີ່ດີເທົ່າທີ່ຄວນເຊັ່ນ ອີຣ່ານ, ອີຣັກ, ລີບີ, ໂຊມາລີ, ຊູດັງ, ຊີຣີ ແລະ ເຢແມນ.

ແນວໃດກໍຕາມ ທ່ານ ເຄນລີ ໄດ້ເວົ້າວ່າ ເລື່ອງດັ່ງກ່າວນີ້ ຍັງບໍ່ທັນມີການຕັດສິນໃຈເທື່ອ, ແຕ່ສະຫະລັດຯ ຈະມີມາດຕະການກວດສອບທີ່ເຂັ້ມງວດກວ່າເກົ່າຢ່າງແນ່ນອນ ຊຶ່ງອາດຈະເຮັດໃຫ້ຂັ້ນຕອນຂອງການຂໍວີຊາ ຕ້ອງໄດ້ໃຊ້ເວລາດົນຂຶ້ນ.  ທັງນີ້, ປະທານາທິບໍດີ ໂດນັນ ທຣັມ ໄດ້ອອກຄຳສັ່ງເມື່ອວັນທີ 27 ມັງກອນຜ່ານມາ ຫ້າມພົນລະເມືອງ 7 ຊາດມຸດສະລິມ ເດີນທາງເຂົ້າສະຫະລັດອາເມຣິກາ ເປັນການຊົ່ວຄາວ ແຕ່ຄຳສັ່ງດັ່ງກ່າວ ໄດ້ຖືກສານນະຄອນຊີແອດໂຕ ພິພາກສາໃຫ້ລະງັບໄວ້ ຕັ້ງແຕ່ວັນທີ 3 ກຸມພາທີ່ຜ່ານມາ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...