spot_img
Homeປ່ອງຢ້ຽມດວງດາວນາຊ່າເຜີຍແຜ່ຮູບພາບເມກມຸມສາມຫຼ່ຽມທີ່ຫາເບິ່ງໄດ້ຍາກ

ນາຊ່າເຜີຍແຜ່ຮູບພາບເມກມຸມສາມຫຼ່ຽມທີ່ຫາເບິ່ງໄດ້ຍາກ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການນາຊ່າໄດ້ເຜີຍແຜ່ຮູບຖ່າຍທາງອາກາດທີ່ເຮັດໃຫ້ເຫັນປະກົດການປະຫຼາດທີ່ເກີດຂຶ້ນເໜືອທ້ອງຟ້າ ເມື່ອເມກກຸ່ມໜຶ່ງມີຮູບສາມຫຼ່ຽມຢ່າງໜ້າປະຫຼາດ ຄ້າຍກັບຄື້ນນ້ຳແຜ່ກະຈາຍເມື່ອເຮືອລ່ອງຜ່ານຜິວນ້ຳ.

ສະຖານີອາວະກາດ ກ໊ອດດາຣ໌ ສະເປນ ໄດ້ສົ່ງຮູບຖ່າຍດັ່ງກ່າວທີ່ບັນທຶກໄວ້ເມື່ອວັນທີ 2 ກຸມພາ 2017 ທີ່ຜ່ານມາ ໂດຍດາວທຽມເທີຣ່າຂອງອົງການນາຊ່າ ລະຫວ່າງທີ່ໂຄຈອນຜ່ານເກາະເຊົາຈໍເຈຍ ແລະ ໝູ່ເກາະເຊົາແຊນວິຊ ບໍລິເວນຊີກໂລກຕອນໃຕ້ໃກ້ກັບຂົ້ວໂລກໃຕ້.

ຢ່າງໃດກໍ່ຕາມ ປະກົດການດັ່ງກ່າວນັກວິຊາການຮຽກວ່າ Gravity waves ຫຼື ຄື້ນແຮງໂນ້ມຖ່ວງ ທີ່ເກີດຈາກການເພີ່ມຂຶ້ນ ແລະ ຫຼຸດລົງຂອງຄວາມດັນຊັ້ນບັນຍາກາດ ເຊິ່ງຈຸດດັ່ງກ່າວຖືເປັນພື້ນທີ່ທີ່ມີຄວາມປ່ຽນແປງຂອງສະພາບອາການຄ່ອນຂ້າງຮຸນແຮງ ຄວາມຊຸ່ມຈາກມະຫາສະໝຸດຖືກກົດລົງດ້ວຍແຮງໂນ້ມຖ່ວງບໍລິເວນຂົ້ວໂລກໃຕ້ ແລະ ຖືກປ່ອຍໃຫ້ລອຍຂຶ້ນດ້ວຍຄວາມແຫ້ງຂອງຊັ້ນບັນຍາກາດ ເຮັດໃຫ້ເກີດພາບດັ່ງກ່າວຂຶ້ນຢ່າງສວຍງາມ.

 

ແຫລ່ງຂໍ້ມູນຈາກ: www.rt.com/viral/376570-gravity-waves-clouds-nasa/, http://news.sanook.com
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...