spot_img
Homeຂ່າວພາຍ​ໃນນະຄອນຫລວງກໍານົດມາດຕະການເຂັ້ມງວດ ຕໍ່ການປູກກ້ວຍຂອງຊາວຕ່າງປະເທດ

ນະຄອນຫລວງກໍານົດມາດຕະການເຂັ້ມງວດ ຕໍ່ການປູກກ້ວຍຂອງຊາວຕ່າງປະເທດ

Published on

ເມື່ອທ້າຍອາທິດຜ່ານມາ, ພະແນກກະສິກໍາ-ປ່າໄມ້ນະຄອນຫລວງວຽງຈັນ ໄດ້ເຊີນບັນດາຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ຜູ້ປະກອບການປູກກ້ວຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມປຶກສາຫາລື ເພື່ອກໍານົດມາດຕະການຄຸ້ມຄອງ ການປູກພືດດັ່ງກ່າວ, ພາຍຫລັງເຫັນວ່າໄລຍະຜ່ານມາ ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບແວດລ້ອມ ແລະສັງຄົມຍ້ອນຂາດການຄຸ້ມຄອງທີ່ເຂັ້ມງວດ.
ຂະແໜງປູກຝັງພະແນກດັ່ງກ່າວໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນ, ເປັນເຂດໜຶ່ງທີ່ມີຊາວຈີນໄດ້ເຂົ້າມາລົງທຶນປູກກ້ວຍສົ່ງອອກໄປປະເທດເຂົາເຈົ້ານັບແຕ່ປີ 2014 ເປັນຕົ້ນມາ, ປັດຈຸບັນມີປະມານ 5 ບໍລິສັດລົງທຶນປູກກ້ວຍຢູ່ເມືອງສັງທອງ ແລະເມືອງປາກງື່ມ, ຊຶ່ງຜ່ານການກວດກາຂອງຂະແໜງກ່ຽວຂ້ອງເມື່ອບໍ່ດົນມານີ້ພົບວ່າບັນດາບໍລິສັດດັ່ງກ່າວ ແມ່ນຍັງດໍາເນີນກິດຈະການບໍ່ຖືກຕ້ອງ ຕາມລະບຽບກົດໝາຍເຊັ່ນ: ບໍ່ມີໃບອະນຸຍາດລົງທຶນ, ບໍ່ມີໃບປະເມີນຜົນກະທົບສິ່ງແວດລ້ອມ ແລະບາງບໍລິສັດບໍ່ມີໃບທະບຽນວິສາຫະກິດ, ທະບຽນອາກອນ ແລະ ອື່ນໆ. ຈາກບັນຫາດັ່ງກ່າວ ຈຶ່ງກໍໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ ແລະສັງຄົມຕາມມາຄື: ປີ 2015 ເກີດມີສະພາບປາຕາຍເປັນຈໍານວນຫລາຍຢູ່ສາຍນໍ້າຕອນເມືອງສັງທອງ, ເດືອນກັນຍາ 2016 ໄດ້ມີກໍາມະກອນຢູ່ສວນກ້ວຍບ້ານຊຽງແລທ່າ ເມືອງປາກງື່ມ 5 ຄົນເບື່ອຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ແລະ ຕົ້ນເດືອນມັງກອນ 2017 ນີ້ກໍມີປະຊາຊົນຈໍານວນໜຶ່ງເກີດເປັນຕຸມຄັນ ຕາມຮ່າງກາຍພາຍຫລັງລົງອາບນໍ້າຢູ່ສາຍນໍ້າຕອນ ເມືອງສັງທອງ ແລະ ຍັງມີຫລາຍຫາງສຽງຈາກປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການປູກກ້ວຍ ຂອງນັກລົງທຶນຊາວຕ່າງປະເທດດັ່ງກ່າວ.

ຕໍ່ສິ່ງຫຍໍ້ທໍ້ດັ່ງກ່າວ ກອງປະຊຸມໄດ້ເປັນເອກະພາບກັນຄື: ໃນຕໍ່ໜ້ານີ້ທຸກໆບໍລິສັດທີ່ດໍາເນີນກິດຈະການປູກກ້ວຍຕ້ອງໄດ້ປະກອບເອກະສານ ດໍາເນີນທຸລະກິດໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ບັນດາສິ່ງເສດເຫລືອສານເຄມີອັນຕະລາຍຕ່າງໆເຊັ່ນ: ພາຊະນະບັນຈຸຢາປາບສັດຕູພືດ ຕ້ອງໄປທໍາລາຍຖິ້ມດ້ວຍການຝັງດິນໃນເຂດທີ່ອະນຸຍາດເທົ່ານັ້ນ, ຖ້າມີຈໍານວນຫລາຍຕ້ອງນໍາໄປເຜົາຢູ່ບ່ອນທີ່ໄດ້ຮັບອະນຸຍາດ ຈາກພາກສ່ວນກ່ຽວຂ້ອງເພື່ອຮັບປະກັນບໍ່ໃຫ້ເກີດມົນລະພິດ, ຫ້າມນໍາໃຊ້ຢາປາບສັດຕູພືດທີ່ມີບັນຊີຍົກເລີກນໍາໃຊ້ຂອງ ສປປ ລາວ, ນອກຈາກນີ້ຢາປາບສັດຕູພືດລວມເຖິງຝຸ່ນວິທະຍາສາດ, ຝຸ່ນຊີວະພາບທຸກຊະນິດທີ່ນໍາໃຊ້ເຂົ້າໃນການຜະລິດຕ້ອງຂຶ້ນທະບຽນນໍາກົມປູກຝັງ, ພ້ອມທັງກໍານົດຈໍານວນ, ວັນທີເດືອນປີໃນການນໍາເຂົ້າໃຫ້ລະອຽດຊັດເຈນ, ທຸກພື້ນທີ່ການຜະລິດທີ່ພວມນໍາໃຊ້ ຫລື ຫາກໍສໍາເລັດການໃຊ້ຢາປາບສັດຕູພືດຕ້ອງຕິດປ້າຍຫ້າມເຂົ້າ ແລະ ແຈ້ງໜ່ວຍງານກ່ຽວຂ້ອງກ່ອນໃຊ້ທຸກຄັ້ງ, ນອກຈາກນີ້ຢາປາບສັດຕູພືດທີ່ເຫລືອຈາກການນໍາໃຊ້ບໍ່ໃຫ້ໄປຖອກຖີ້ມຊະຊາຍຕາມຫ້ວຍນໍ້າ, ແຫລ່ງນໍ້າ ແລະ ບ່ອນທີ່ມີສັດລ້ຽງເດັດຂາດ, ຜູ້ເປັນກໍາມະກອນສີດຢາດັ່ງກ່າວບໍ່ໃຫ້ເຮັດວຽກເກີນ 4 ຊົ່ວໂມງຕໍ່ວັນ ແລະ ຕ້ອງໃສ່ອຸປະກອນຊຸດປ້ອງກັນຄວາມປອດໄພທຸກຄັ້ງ, ໃນກໍລະນີມີການລະເມີດແມ່ນຈະດໍາເນີນມາດຕະການຕ່າງໆນັບແຕ່ຂັ້ນສຶກສາອົບຮົມ, ປັບໃໝ ແລະ ໃຫ້ປິດກິດຈະການຕາມກໍລະນີໜັກເບົາ, ຊຶ່ງພະແນກດັ່ງກ່າວໃຫ້ຮູ້ວ່າການກໍານົດມາດຕະການເຂັ້ມງວດດັ່ງກ່າວກໍເພື່ອຮັບປະກັນໃຫ້ການຜະລິດກະສິກໍາເປັນສີນຄ້າຕ້ອງໃຫ້ເຂົ້າສູ່ມາດຕະຖານອີນຊີ ແລະ ກະສິກໍາທີ່ດີ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ເປັນມິດກັບສິ່ງແວດລ້ອມ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...