spot_img
Homeຂ່າວການພັດທະນາລາວຍັງມີສິ່ງທ້າທາຍຫລາຍດ້ານໃນການພັດທະນາປະເທດ

ລາວຍັງມີສິ່ງທ້າທາຍຫລາຍດ້ານໃນການພັດທະນາປະເທດ

Published on

ຄະນະບໍລິຫານງານສູນກາງພັກໃຫ້ຮູ້ວ່າ: ໃນຊຸມປີຕໍ່ໜ້າສະພາບແວດລ້ອມສາກົນ ແລະ ພາກພື້ນຍັງຈະສືບຕໍ່ໄປຕາມທ່າອຽງທີ່ມີທັງການແຂ່ງຂັນ, ການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນແລະ ກັນ, ຊຶ່ງການຜັນແປດັ່ງກ່າວຈະມີທັງຂໍ້ສະດວກທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍຕໍ່ການພັດທະ ນາຢູ່ປະເທດເຮົາໃນຕໍ່ໜ້າ ຄື: ຄຸນທາດການເມືອງຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ-ພະນັກງານຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂແລະສະພາບແວດລ້ອມອັນໃໝ່. ຄຽງຄູ່ກັນນັ້ນກໍຍັງມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນເຊັ່ນ: ການສໍ້ລາດບັງຫລວງ, ການລະເມີດລະບຽບກົດໝາຍ, ອັນໄດ້ສົ່ງຜົນກະທົບຕໍ່ບົດບາດ ແລະ ການນໍາພາຂອງພັກ,ການນໍາໃຊ້ກົນໄກເສດຖະກິດຕະຫລາດ ແລະ ການເຊື່ອມໂຍງສາກົນພາໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ ແລະ ມີການແກ່ງແຍ່ງແຂ່ງຂັນນັບມື້ເພີ່ມທະວີຂຶ້ນ, ໃນຂະນະທີ່ຄວາມສາມາດຂອງການແຂ່ງຂັນຂອງພວກເຮົາພັດຍັງບໍ່ທັນສູງ, ຄວາມຮຽກຮ້ອງຕ້ອງການຂອງການພັດທະນານັບມື້ສູງຂຶ້ນ, ແຕ່ການຕອບສະ ໜອງດ້ານທຶນຮອນ, ບຸກຄະລະກອນຜູ້ພາເຮັດພາສ້າງຕົວຈິງຊໍ້າພັດມີຈໍາກັດ, ການພັດທະນາໃນຊຸມປີຜ່ານມາໄດ້ພາໃຫ້ມີການສະສົມໜີ້ສິນນັບມື້ສູງຂຶ້ນ, ແຕ່ຄວາມສາມາດໃນການຊໍາລະໜີ້ຊໍ້າພັດພົບຄວາມຫຍຸ້ງຍາກຝືດເຄືອງຍ້ອນຖານເກັບລາຍຮັບພາຍໃນຍັງບໍ່ທັນໜັ້ກແໜ້ນເຂັ້ມແຂງ, ການຜັນແປຢ່າງສະຫລັບສັບຊ້ອນໄວວາຂອງພາກພື້ນແລະສາກົນທີ່ຈະຄາດເດົາໄດ້ຍາກ,ໂດຍສະເພາະບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພທໍາມະຊາດ ແລະ ການເກີດລະບາດຂອງພະຍາດຕ່າງໆກໍຈະສົ່ງຜົນກະທົບຕໍ່ປະເທດພວກເຮົາ, ນອກຈາກນີ້, ຍັງມີອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີຈຳພວກໜຶ່ງຍັງບໍ່ປະລະກົນອຸບາຍຫັນປ່ຽນໂດຍສັນຕິຕໍ່ປະເທດເຮົາ, ຊຶ່ງນັບມື້ຮ້າຍແຮງ ແລະ ເລິກແລບແນບນຽນກວ່າເກົ່າພາຍໃຕ້ກະແສແຫ່ງຄວາມທັນສະໄໝຂອງເຕັກໂນໂລຊີການສື່ສານ, ອັນເປັນເງື່ອນໄຂໃຫ້ພວກຄົນບໍ່ຫວັງດີສວຍໃຊ້ເປັນເຄື່ອງມືສ້າງຄວາມປັ່ນປ່ວນເພື່ອມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ. ສະນັ້ນ ສິ່ງທ້າທາຍຕ່າງໆທີ່ກ່າວມານີ້ແມ່ນບັ້ນທົດສອບອັນໃຫຍ່ຫລວງທີ່ເລັ່ງທວງໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກໜ້າບືນຕົວໃຫ້ສູງທີ່ສຸດ, ສ້າງຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ຊາດ.

 

ຂໍ້ມູນຂ່າວຈາກ: Laophatthana Newspaper

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...