Homeຂ່າວຕ່າງປະເທດຈີນນຳເຂົ້າຄຳແທ່ງຈາກສະວິດ ເດືອນດຽວທະລຸເກືອບ 160 ໂຕນ ຄາດທະນາຄານກາງຊື້ໄວ້ ຫລຸດຜ່ອນຄວາມສ່ຽງ

ຈີນນຳເຂົ້າຄຳແທ່ງຈາກສະວິດ ເດືອນດຽວທະລຸເກືອບ 160 ໂຕນ ຄາດທະນາຄານກາງຊື້ໄວ້ ຫລຸດຜ່ອນຄວາມສ່ຽງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກຸມພານີ້ວ່າ ກົມພາສີຂອງສະວິດ ໄດ້ອອກມາເປີດເຜີຍລະບຸ ໃນເດືອນທັນວາປີ 2016 ທີ່ຜ່ານມາ ປະລິມານການສົ່ງອອກຄຳແທ່ງ ຈາກປະເທດສະວິດ ໄປຍັງປະເທດຈີນ ມີຈຳນວນສູງຂຶ້ນເປັນ 158 ໂຕນ ຈາກໃນເດືອນພະຈິກກອ່ນໜ້າ ມີປະລິມານລວມພຽງ 30.6 ໂຕນເທົ່ານັ້ນ.

ທ່ານ ຈາງ ເປົ່າສຽງ ນັກວິເຄາະດ້ານຄຳ ໃນນະຄອນຫລວງປັກກິ່ງໃຫ້ຄວາມເຫັນວ່າ ການນຳເຂົ້າຄຳຈາກປະເທດສະວິດ ເພີ່ມສູງຂຶ້ນ ອາດເກີດຈາກຄວາມຕ້ອງການຊື້ຄຳ ໃນໄລຍະກ່ອນເທດສະການກຸດຈີນ ແລະ ການຊື້ຄຳສຳຮອງຂອງ ທະນາຄານກາງ ແຫ່ງ ປະເທດຈີນ ເພື່ອຫລຸດຜ່ອນຄວາມສ່ຽງຂອງຕະຫລາດຮຸ້ນ ແລະ ປັດໄຈພາຍນອກອື່ນໆ ໂດຍທະນາຄານກາງຂອງຈີນ ອາດກຳລັງເພີ່ມການຖືຄອງຄຳ ເພື່ອແທນເງິນໂດລາສະຫະລັດຯ ເນື່ອງຈາກຄວາມບໍ່ແນ່ນອນທາງເສດຖະກິດ ລະຫວ່າງຈີນ ແລະ ສະຫະລັດອາເມຣິກາ ຫລັງຈາກການກ້າວຂຶ້ນສູ່ຕຳແໜ່ງຂອງ ປະທານາທິບໍດີ ໂດນັນ ທຣັມ.

 

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...