spot_img
Homeນານາສາລະມີອາການແບບນີ້ ຄວນຢຸດອອກກຳລັງກາຍທັນທີ

ມີອາການແບບນີ້ ຄວນຢຸດອອກກຳລັງກາຍທັນທີ

Published on

ຄົນເຮົາອອກກຳລັງກາຍ ເພື່ອຫວັງໃຫ້ສຸຂະພາບດີ ແລະແຂງແຮງ, ດັ່ງນັ້ນ ການອອກກຳລັງກາຍ ກໍຄວນອອກຢ່າງເໝາະສົມ ຖ້າລະຫວ່າງອອກກຳລັງກາຍແລ້ວ ເກີດມີອາການດັ່ງຕໍ່ໄປນີ້ ຄວນຢຸດອອກກຳລັງກາຍທັນທີ ກ່ອນທີ່ຮ່າງກາຍຈະບໍ່ໄຫວ ຈົນເກີດອາການຜິດປົກກະຕິ

  1. ເມື່ອຍຜິດປົກກະຕິ ຮັບຮູ້ໄດ້ວ່າກຳລັງຝືນຮ່າງກາຍຫຼາຍເກີນໄປ
  2. ໃຈເຕັ້ນຜິດປົກກະຕິ ຮູ້ສຶກໃຈເຕັ້ນແຮງ ແລະໄວ ຫຼາຍກວ່າການອອກກຳລັງກາຍຄັ້ງຜ່ານມາ
  3. ຫາຍໃຈບໍ່ທົ່ວທ້ອງ ຫາຍໃຈຂັດເປັນບາງຄັ້ງ
  4. ເຈັບຫົວ
  5. ປວດຮາກ
  6. ໜ້າມືດ
  7. ເຫື່ອອອກຫຼາຍກວ່າປົກກະຕິ ຫຼືມືຕີນເຢັນ
  8. ເລີ່ມຮູ້ສຶກວ່າ ກຳລັງຈະບໍ່ມີສະຕິ

ຫາກມີອາການທີ່ເວົ້າມານັ້ນ 1 ​ຫຼື 2 ອາການ ຄວນຢຸດອອກກຳລັງກາຍ ແລ້ວນັ່ງພັກຜ່ອນ ຫຼືຈົນກວ່າຮ່າງກາຍຈະກັບມາເປັນປົກກະຕິ, ເຊິ່ງສາເຫດທີ່ເຮັດໃຫ້ອອກກຳລັງກາຍບໍ່ໄດ້ ຫຼືຮ່າງກາຍບໍ່ໄຫວ ອາດມີສາເຫດມາຈາກ:

  • ພັກຜ່ອນບໍ່ພຽງພໍ
  • ໝົດມື້ກິນອາຫານໜ້ອຍດຽວ
  • ອອກກຳລັງກາຍຫຼາຍເກີນໄປ
  • ບໍ່ສະບາຍ, ຮ່າງກາຍບໍ່ແຂງແຮງ ຫຼືຫາກໍຫາຍດີຈາກການບໍ່ສະບາຍ
  • ອາກາດຮ້ອນຫຼາຍເກີນໄປ ອາດເຮັດໃຫ້ເປັນລົມ ຫຼືໝົດສະຕິໄດ້
  • ຫາກໍ່ກິນອາຫານອິ່ມ ເລືອດໃນລະບົບໄຫຼວຽນເລືອດຈະຖືກແບ່ງໄປໃຊ້ການຍ່ອຍອາຫານ ເພາະເລເລືອດຈະໄປຫຼໍ່ລ້ຽງກ້າມເນື້ອທີ່ໃຊ້ການອອກກຳລັງກາຍໜ້ອຍລົງ
  • ຂາດນໍ້າ ທັງກ່ອນ ແລະຫຼັງອອກກຳລັງກາຍ

ກ່ອນການອອກກຳລັງກາຍ ຄວນໝັ້ນໃຈວ່າ ຮ່າງກາຍພ້ອມຕໍ່ການອອກກຳລັງກາຍແລ້ວ ຄ່ອຍອອກ, ຢ່າຝືນອອກກຳລັງກາຍຫຼາຍເກີນໄປ ບໍ່ດັ່ງນັ້ນແທນທີ່ຈະໄດ້ຮ່າງກາຍທີ່ແຂງແຮງ ກັບໄດ້ຮັບອາການເຈັບປ່ວຍແທນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...