Homeຊີວິດແລະຄວາມຮັກສຸດໂຫດແລະໂຄດເປັນຕາອິຕົນ ເປັນອາສາສະໝັກມາ 14 ປີ ບໍ່ມີວີ່ແວວຊິໄດ້ລັດຖະກອນ

ສຸດໂຫດແລະໂຄດເປັນຕາອິຕົນ ເປັນອາສາສະໝັກມາ 14 ປີ ບໍ່ມີວີ່ແວວຊິໄດ້ລັດຖະກອນ

Published on

ບັນຫາໂຄຕ້າລັດຖະກອນ ກໍເປັນບັນຫາສຳຄັນໜຶ່ງ ທີ່ສັງຄົມໃຫ້ຄວາມສົນໃຈ ເພາະນອກຈາກໂຄຕ້າລັດຖະກອນໜ້ອຍແລ້ວ ການຮັບລັດຖະກອນບາງບ່ອນກໍບໍ່ໄດ້ພິຈາລະນາຕາມລຳດັບຜູ້ມາກ່ອນຜູ້ມາຫຼັງເລີຍ ຈຶ່ງເຮັດໃຫ້ກາຍເປັນປາກົດການຫຍໍ້ທໍ້ໜຶ່ງໃນການບໍລິຫານລັດ ບາງຄົນໂຊກດີບໍ່ຕ້ອງໄດ້ລໍຖ້າຫຼືເປັນອາສາສະໝັກເລີຍ ເຂົ້າໄປປຸບກໍໄດ້ຮັບໂຄຕ້າລັດຖະກອນປັບ ໃນຂະນະທີ່ບາງຄົນເປັນອາສາສະໝັກຈົນອາຍຸກະສຽນກາຍເຂດເຂົ້າລັດຖະກອນເອົາຊື່ໆ ດັ່ງຈົດໝາຍ ຈາກອາສາສະໝັກຜູ້ໜຶ່ງໄດ້ສົ່ງເຖິງສຳນັກຂ່າວລາວໂພສຕ໌ ຂອງພວກເຮົາ ໂດຍບອກວ່າຕົນເອງເປັນອາສະໝັກມາເປັນເວລາ 14 ປີແລ້ວ ແຕ່ບໍ່ມີວີ່ແວວຊິໄດ້ເປັນລັດຖະກອນເລີຍ.

ອາສະສະໝັກທ່ານໜຶ່ງ ທີ່ບໍ່ປະສົງອອກນາມ ໄດ້ສົ່ງຈົດໝາຍເຖິງສຳນັກຂ່າວລາວໂພສຕ໌ຂອງພວກເຮົາ ເລົ່າວ່າ ຕົນເອງໄດ້ສະໝັກເຂົ້າເຮັດການຢູ່ພະແນກໜຶ່ງ ຂອງເມືອງ ໃນເຂດຕ່າງແຂວງ ຕັ້ງແຕ່ຕົ້ນປີ 2003 ໂດຍການເປັນອາສາສະໝັກເພື່ອລໍຖ້າໂຄຕ້າລັດຖະກອນ ແຕ່ຖ້າປີນີ້ຕໍ່ປີໜ້າ ກໍບໍ່ໄດ້ຈັກເທື່ອ ທາງຫົວໜ້າກໍບອກວ່າ ໃຫ້ອົດທົນ ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນໂລດ ມີໂຄຕ້າມາຈະໄດ້ແນ່ນອນ ແລ້ວກໍລໍຖ້າຕໍ່ໆ ມາຈົນຮອດມື້ນີ້ ເປັນເວລາ 14 ປີແລ້ວ ກໍຍັງບໍ່ມີວີ່ແວວວ່າຈະໄດ້ຮັບໂຄຕ້າເຂົ້າເປັນລັດຖະກອນເລີຍ ທັ້ງໆທີ່ກໍຮູ້ຢູ່ວ່າແຕ່ລະປີກໍມີໂຄຕ້າມາໃຫ້ພະແນກຢູ່ ແຕ່ວ່າເປັນຄົນອື່ນໄດ້ ສ່ວນໂຕເອງແລະອີກຫຼາຍຄົນບໍ່ໄດ້ເຂົ້າເປັນລັດຖະກອນຈັກເທື່ອ ຈົນອາຍຸກະສຽນກາຍເຂດ 35 ປີ ທາງຫ້ອງການກໍເຮັດໃບແຈ້ງການໃຫ້ອອກ ເພາະກາຍເຂດເຂົ້າເປັນລັດຖະກອນແລ້ວ.

“ຂ້ອຍເຫັນໃບແຈ້ງການຫາຜູ້ທີ່ມີອາຍຸກາຍເຂດເຂົ້າລັດຖະກອນໃຫ້ອອກຢູ່ເລື້ອຍໆ ແລ້ວອາຍຸຂ້ອຍກໍໃກ້ຈະກາຍເຕັມທີ່ແລ້ວ ຂ້ອຍຮູ້ສຶກກົດດັນຢ່າງແຮງ ເພາະມື້ໃດມື້ໜຶ່ງບໍ່ດົນນີ້ ຂ້ອຍກໍຈະໄດ້ເຫັນໃບແຈ້ງການດັ່ງກ່າວ, ຂ້ອຍເປັນອາສາສະໝັກຢູ່ນີ້ມາດົນ ຂ້ອຍຮູ້ສຶກຜູກພັນກັບຫ້ອງການ, ຂ້ອຍຢາກສຳຜັດຄວາມຮູ້ສຶກຕອນທີ່ເພິ່ນເອີ້ນໄປຂຽນໃບສະໝັກເຂົ້າເປັນລັດຖະກອນ ແລະຢາກຮັບຮູ້ເຖິງຄວາມຮູ້ສຶກຕອນເອົາບັດ ATM ໄປຖອນເອົາເງິນເດືອນຢູ່ຕູ້ວ່າມັນເປັນຈັ່ງໃດ. ທີ່ຜ່ານມາຂ້ອຍເປັນອາສາສະໝັກ ບໍ່ໄດ້ຮັບເງິນເດືອນເລີຍ ແຕ່ຂ້ອຍຢູ່ດ້ວຍຄວາມຫວັງ, ຂ້ອຍຫວັງວ່າມື້ໜຶ່ງເພິ່ນຈະຮັບຂ້ອຍເປັນລັດຖະກອນ ແຕ່ແລ້ວ ມາຮອດມື້ນີ້ ອາຍຸຂ້ອຍໃກ້ໆ ທີ່ຈະໝົດເຂດເຂົ້າລັດຖະກອນແລ້ວ ຍັງຍັງບໍ່ໄດ້ຍິນຂ່າວຄາວໃດເລີຍວ່າຂ້ອຍຈະໄດ້ຮັບໂຄຕ້າລັດຖະກອນ, ຂ້ອຍຮູ້ສຶກນ້ອຍໃຈ ແລະທໍ້ຖອຍໃຈເປັນຢ່າງຍິ່ງ ຂ້ອຍບໍ່ຮູ້ຊິເລົ່າສູ່ໃຜຟັງ ຂ້ອຍເລີຍຕັດສິນໃຈຂຽນຈົດໝາຍມາຫາທາງລາວໂພສຕ໌ ຖ້າຊ່ວຍຂ້ອຍໄດ້ກໍຈະເປັນເລື່ອງດີທີ່ສຸດ ແຕ່ຖ້າຊ່ວຍຂ້ອຍບໍ່ໄດ້ກໍຂໍໃຫ້ສັງຄົມໃຫ້ຮັບຮູ້ວ່າມັນມີບັນຫາແບບນີ້ຢູ່ແທ້ໃນບ້ານເຮົາ ເພື່ອວ່າອະນາຄົດເພິ່ນຈະໄດ້ປັບປຸງ ຈະສົ່ງຜົນດີຕໍ່ຄົນອື່ນ ຫຼືຄົນລຸ້ນນ້ອງ ລຸ້ນລູກ ລຸ້ນຫຼານຂອງຂ້ອຍ…”

ອາສາສະໝັກຄົນດັ່ງກ່າວເລົ່າຕໍ່ວ່າ ນັບແຕ່ຂ້ອຍເຂົ້າເປັນອາສາສະໝັກຢູ່ນີ້ມາຮອດມື້ນີ້ ໄດ້ມີອາສາສະໝັກຫຼາຍຄົນນ້ຳຕາຕົກ ແລະຍ່າງອອກຈາກຫ້ອງການໄປຢ່າງຜິດຫວັງຄັ້ງໃຫຍ່ທີ່ສຸດໃນຊີວິດ, ຂ້ອຍເຫັນການພັດປ່ຽນຫົວໜ້າພະແນກ ບໍ່ແມ່ນ 6 ກໍແມ່ນ 8 ຄົນແລ້ວ (ຖ້າຈື່ບໍ່ຜິດ) ແຕ່ຂ້ອຍຍັງຄືເກົ່າ ບໍ່ມີຫຍັງຄືບໜ້າ ນອກຈາກການໃຫ້ຄວາມຫວັງຂອງຫົວໜ້າວ່າ ໃຫ້ອົດທົນເອົາ ເມື່ອມີທຶນມາກໍຈະໄດ້ ແລະຄວາມຫວັງນັ້ນລະເຮັດໃຫ້ຂ້ອຍບຸກບືນໃນການເຮັດວຽກ ແລະສູ້ຢູ່ຕໍ່ມາຈົນຮອດມື້ນີ້.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...