Homeຂ່າວພາຍ​ໃນປະທານກວດກາສູນກາງພັກຮຽກຮ້ອງທຸກພາກສ່ວນຕ້ານການສໍ້ລາດບັງຫລວງຢ່າງຈິງຈັງ

ປະທານກວດກາສູນກາງພັກຮຽກຮ້ອງທຸກພາກສ່ວນຕ້ານການສໍ້ລາດບັງຫລວງຢ່າງຈິງຈັງ

Published on

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ,ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢ່າງຈິງຈັງ, ພາຍຫລັງເຫັນວ່າບັນຫາດັ່ງກ່າວແມ່ນໄພຂົ່ມຂູ່ຕໍ່ສະຖຽນລະພາບການເມືອງ ແລະ ທໍາລາຍຄວາມເຊື້ອໝັ້ນຂອງມະຫາຊົນທີ່ມີຕໍ່ບົດບາດການນໍາພາຂອງພັກ-ລັດ.

ການຮຽກຮ້ອງເພື່ອຕ້ານບັນຫາດັ່ງກ່າວມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມກວດກາທົ່ວປະເທດປະຈໍາປີ 2016 ເມື່ອບໍ່ດົນນີ້, ໂດຍທ່ານໄດ້ຊີ້ໃຫ້ເຫັນວ່າ: ການສໍ້ລາດບັງຫລວງແມ່ນບັນຫາທີ່ສັງຄົມມີຄວາມເປັນຫວ່ງຫລາຍທີ່ສຸດໃນປັດຈຸບັນ, ມັນໄດ້ແຜ່ລາມກວ້າງຂວາງເຂົ້າໄປໃນຖັນແຖວພະນັກງານທຸກລະດັບ ທີ່ມີລັກສະນະແກ້ໄຂໄດ້ຍາກ ແລະ ທັງເປັນບັນຫາທີ່ບັນດາປະເທດ ລວມເຖິງ ອົງການຈັດຕັ້ງສາກົນຕ່າງໆພວມຕິດຕາມເບິ່ງການຈັດຕັ້ງປະຕິ ບັດຂອງປະເທດເຮົາ, ສະນັ້ນເພື່ອຮັບປະກັນໃຫ້ສະພາບການສໍ້ລາດບັງຫລວງໃນຖັນແຖວພະນັກງານໝົດໄປເທື່ອລະກ້າວ, ຂໍໃຫ້ທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ທະຫານ,ຕໍາຫລວດທຸກລະດັບຕ້ອງພ້ອມກັນປະຕິບັດບັນດານິຕິກໍາຕ່າງໆໃນການຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ, ໂດຍສະເພາະຈັດຕັ້ງຜັນຂະຫຍາຍຍຸດທະສາດການຕ້ານສໍ້ລາດບັງຫລວງໃຫ້ເປັນກົນໄກລະບຽບລະອຽດນັບແຕ່ສູນກາງຮອດທ້ອງຖິ່ນ, ເມື່ອພົບເຫັນກໍລະນີມີການສໍ້ລາດບັງຫລວງໃນກະຊວງ-ຂະແໜງການ ແລະ ທ້ອງຖິ່ນໃດແມ່ນໃຫ້ຮີບຮ້ອນແກ້ໄຂ, ທັງນໍາເອົາຜູ້ກະທໍາຜິດມາສຶກສາອົບຮົມ ແລະ ລົງໂທດຕາມລະບຽບກົດໝາຍ. ນອກຈາກນີ້, ແຕ່ລະຂະແໜງການຕ້ອງເອົາໃຈໃສ່ຈັດຕັ້ງການໂຄສະນາເຜີຍ ແຜ່, ເຊື່ອມຊືມນິຕິກໍາຕ່າງໆ ເຊັ່ນ: ກົດໝາຍວ່າດ້ວຍການຕ້ານສໍ້ລາດບັງຫລວງ, ດໍາລັດວ່າດ້ວຍການແຈ້ງຊັບສີນ, ການຂຶ້ນບັນຊີແຈ້ງຊັບສີນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ແລະ ລະບຽບການອື່ນໆຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເປັນການເຕືອນສະຕິ ແລະ ປູກຈິດສໍານຶກບໍ່ໃຫ້ມີ ການ ສໍ້ລາດບັງຫລວງ, ຮັບປະກັນໃຫ້ສະມາຊິກພັກ-ພະນັກງານທຸກຂັ້ນປອດໃສ ແລະ ເປັນແບບຢ່າງທີ່ດີ.

 

ແຫລ່ງຂ່າວຈາກ: http://laophatthananews.blogspot.com/2017/02/blog-post_95.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...