Homeຂ່າວຕ່າງປະເທດບັງກາລາເທດເລັ່ງປ່ອຍໂຣຮິນຈາທີ່ເກາະຮ້າງ

ບັງກາລາເທດເລັ່ງປ່ອຍໂຣຮິນຈາທີ່ເກາະຮ້າງ

Published on

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫຼວງ ທາກາ ປະເທດ ບັງກາລາເທດ ເມື່ອວັນທີ 5 ກຸມພາ ວ່າ ທ່ານ ເອເອຊ ມາມູດ ອາລີ ລັດຖະມົນຕີກະຊວງການຕ່າງປະເທດ ບັງກາລາເທດ ກ່າວຕໍ່ເຈົ້າໜ້າທີ່ການທູດຈາກປະເທດຕ່າງໆ ກວ່າ 60 ຄົນ ແລະ ເຂົ້າໜ້າທີ່ຈາກໜ່ວຍງານຍ່ອຍຂອງສະຫະປະຊາຊາດ (ຢູເອັນ) ເມື່ອວັນອາທິດ ຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ຢູເອັນໃຫ້ຄວາມຊ່ວຍເຫຼືອໃນແຜນການຍ້າຍຜູ້ອົບພະຍົບຊາວໂຣຮິນຈາໃນຄ້າຍຜູ້ລີ້ໄພໄປທີ່ເກາະຮ້າງ ເຊິ່ງໄດ້ອ້າງວ່າຈະເປັນການງ່າຍຕໍ່ການເຂົ້າເຖິງຂອງຄວາມຊ່ວຍເຫຼືອດ້ານມະນຸດສະທຳ

ບັງກາລາເທດມີແນວຄິດຈະຍ້າຍຜູ້ອົບພະຍົບຊາວໂຣຮິນຈາໄປທີ່ເກາະ ເທນກາຣ໌ຊາຣ໌ ໃນອ່າວເບງກໍ ໂດຍໄດ້ມີການຕັ້ງຄະນະທຳງານຂຶ້ນມາ ເມື່ອາທິດທີ່ຜ່ານມາ ເພື່ອດູແລເລື່ອງດັ່ງກ່າວ ການເຄື່ອນຍ້າຍຊາວໂຣຮິນຈາຈະຂຶ້ນຫຼັງການກໍ່ສ້າງໂຄງສ້າງພື້ນຖານທີ່ຈຳເປັນແລ້ວ ເຊິ່ງຮວມເຖິງໂຮງຮຽນ ແລະ ເສັ້ນທາງ. ບັງກາລາເທດໄດ້ຮ້ອງຂໍຄວາມຊ່ວຍ ເຫຼືອໃນການພັດທະນາດັ່ງກ່າວ ແລະ ຢ້ຳວ່າການເຄື່ອນຍ້າຍຊາວໂຣຮິນຈາເປັນພຽງແຜນການບໍລິຫານຊົ່ວຄາວ

ແນວຄິດນີ້ມີຂຶ້ນຕັ້ງແຕ່ປີ 2015 ເຖິງຈະມີຂໍ້ໂຕ້ແຍ້ງວ່າ ເກາະເທນກາຣ໌ຊາຣ໌ ເຊິ່ງມີເນື້ອທີ່ 21,180 ໄຮ່ ມີສະພາບບໍ່ເໝາະສົມແກ່ການຢູ່ອາໃສ ແນວຄິດດັ່ງກ່າວໄດ້ຖືກປະທ້ວງຈາກກຸ່ມຜູ້ນຳຊຸມຊົນຊາວໂຣຮິນຈາ ຂະນະທີ່ ຢູເອັນລະບຸວ່າ ການບັງຄັບເຄື່ອນຍ້າຍຊາວໂຣຮິນຈາຈະເປັນປະເດັນທີ່ຊັນຊ້ອນ ແລະ ເກີດຂໍ້ຖົກຖຽງໃນວົງກ້ວາງ.

ຂ່າວຈາກ: http://www.dailynews.co.th/foreign/553676
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...