spot_img
Homeຂ່າວຕ່າງປະເທດດ່ວນ!! ເຮືອບິນໂດຍສານຕົກ ທີ່ເຕຮະຣານຕາຍ 40

ດ່ວນ!! ເຮືອບິນໂດຍສານຕົກ ທີ່ເຕຮະຣານຕາຍ 40

Published on

 

ສຳນັກຂ່າວທາງການຂອງອີຣານລາຍງານເມື່ອຕອນບ່າຍວັນທີ 10 ສິງຫາ 2014 ນີ້ວ່າ ເກີດເຫດເຮືອບິນໂດຍສານຂະໜາດນ້ອຍຕົກຫຼັງຈາກບິນຂຶ້ນຈາກເດິ່ນໃນນະຄອນຫຼວງເຕຮະຣານ ເມືອງຫຼວງຂອງປະເທດ ອີຣານ ມີຜູ້ເສຍຊີວິດຫຼາຍກວ່າ 40 ຄົນ.

ສຳນັກຂ່າວ ອີນາແລະສຳນັກຂ່າວຟາຣສ໌ ລາຍງານວ່າ ເຮືອບິນຕົກເມື່ອເວລາ 9 ໂມງ 18 ນາທີ ມື້ນີ້ຕາມເວລາໃນປະເທດອີຣານ ເຊິ່ງກົງກັບເວລາໃນປະເທດລາວໃນເວລາ 11 ໂມງ 48 ນາທີ ຂອງມື້ນີ້ 10 ສິງຫາ ໃນເຂດທີ່ພັກອາໄສທາງຕາເວັນຕົກຂອງສະໜາມບິນ ເມຣາບັດ ໃນນະຄອນຫຼວງເຕຮະຣານ ຫຼັງບິນຂຶ້ນຈາກສະໜາມບິນບໍ່ດົນ ເປັນເຮືອບິນຂະໜາດນ້ອຍຜະລິດໃນອີຣານ ກຳລັງຈະມຸ່ງໜ້າໄປຍັງເມືອງຕາບາສ ທາງຕາເວັນອອກຂອງປະເທດ.

ລາຍງານເບື້ອງຕົ້ນແຈ້ງວ່າ ຜູ້ໂດຍສານເສຍຊີວິດທັງໝົດ ແຕ່ຍັງແຈ້ງໂຕເລກບໍ່ກົງກັນ ວ່າເທິງເຮືອບິນມີຈັກຄົນແທ້ ແຕ່ຢູ່ໃນລະຫວ່າງ 40 ຫາ 48 ຄົນ. ນອກຈາກນີ້ ຍັງມີລາຍງານບໍ່ກົງກັນວ່າ ເປັນເຮືອບິນຂອງສາຍການບິນໃດລະຫວາງສາຍການບິນ ຕາບັນແອ ຫຼືສາຍການບິນ ເຊປາຮັນແອລາຍນ໌.

ສະໜາມບິນເມຣາບັດເປັນສະໜາມບິນໃນປະເທດທີ່ມີຄວາມຖີ່ຂອງການຂຶ້ນ-ລົງຂອງເຮືອບິນຫຼາຍທີ່ສຸດໃນອີຣານ ໂດຍໃຫ້ບໍລິການທ່ຽວບິນໄປທຸກເມືອງໃນປະເທດ.

1896731_10152247997684149_5524004219991154592_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...