Homeຂ່າວຕ່າງປະເທດກຳປັ່ນບັນທຸກເຮືອບິນ ລຳທີສອງຂອງຈີນ ຄືບໜ້າເປັນຮູບຮ່າງ ຫລັງລົງມືກໍ່ສ້າງເກືອບ 3 ປີ

ກຳປັ່ນບັນທຸກເຮືອບິນ ລຳທີສອງຂອງຈີນ ຄືບໜ້າເປັນຮູບຮ່າງ ຫລັງລົງມືກໍ່ສ້າງເກືອບ 3 ປີ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 1 ກຸມພາຜ່ານມາ ໂດຍອ້າງອີງລາຍງານຈາກ ສະຖານີໂທລະພາບ ແລະ ວິທະຍຸຊານຕົງຂອງຈີນ ເມື່ອວັນອັງຄານທີ 31 ມັງກອນທີ່ຜ່ານມາ ລະບຸວ່າ ການຕໍ່ກຳປັ່ນບັນທຸກເຮືອບິນ ຊານຕົງ (Shandong) ຊຶ່ງເປັນກຳປັ່ນບັນທຸກເຮືອບິນລຳທີສອງຂອງຈີນ ໄດ້ມີຄວາມຄືບໜ້າເປັນຮູບເປັນຮ່າງຂຶ້ນມາແລ້ວ ຫລັງຈາກທີ່ເລີ່ມລົງມືສ້າງເມື່ອປີ 2014 ຫລື ເມື່ອສອງປີເກົ້າເດືອນທີ່ຜ່ານມາ ໂດຍບໍ່ທັນໄດ້ເປີດເຜີຍລາຍລະອຽດ ຄາດໝາຍກໍ່ສ້າງສຳເລັດເທື່ອ.

ກ່ອນໜ້ານີ້ ກະຊວງປ້ອງກັນປະເທດຈີນ ໄດ້ອອກມາຖະແຫລງວ່າ ກຳປັ່ນບັນທຸກເຮືອບິນ ຊານຕົງ ກຳລັງຖືກຕໍ່ຂຶ້ນທີ່ທ່າເຮືອ ໃນເມືອງຕ້າຫລຽນ ແຂວງຫລຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ ໂດຍຖືເປັນກຳປັ່ນບັນທຸກເຮືອບິນ ທີ່ຈີນລົງມືກໍ່ສ້າງດ້ວຍຕົນເອງ ຫລັງຈາກທີ່ກຳປັ່ນບັນທຸກເຮືອບິນລຳທຳອິດຊື່ ຫລຽວໜິງ (Liaoning) ໄດ້ຖືກຊື້ຕໍ່ມາຈາກອູແກຣນ ເມື່ອປີ 1997 ແລ້ວຖືກຍົກເຄື່ອງປັບປຸງໃໝ່ຢູ່ປະເທດຈີນ.

560000001117202 560000001117203

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...