Homeຂ່າວຕ່າງປະເທດຕຳຫລວດມຽນມາເຜີຍ ປີຜ່ານມາຍຶດຢາບ້າໄດ້ 98 ລ້ານເມັດ ສູງສຸດເປັນປະຫວັດການ

ຕຳຫລວດມຽນມາເຜີຍ ປີຜ່ານມາຍຶດຢາບ້າໄດ້ 98 ລ້ານເມັດ ສູງສຸດເປັນປະຫວັດການ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກຸມພາຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດມຽນມາ ສາມາດຍຶດຢາບ້າໄດ້ຫລາຍເປັນປະຫວັດການ ສູງເຖິງ 98 ລ້ານເມັດ ໃນປີ 2016 ທີ່ຜ່ານມາ ຊຶ່ງຫລາຍກວ່າເກືອບ 2 ເທົ່າ ຈາກທີ່ເຄີຍຍຶດໄດ້ໃນປີ 2015, ນອກຈາກນີ້ ຍັງສາມາດຍຶດເຮໂຣອີນໄດ້ອີກ 759 ກິໂລກຣາມ, ຝິ່ນ 945 ກິໂລກຣາມ ແລະ ຢາໄອ້ອີກ 2,464 ກິໂລກຣາມ ພາຍໃນປີ 2016, ສ່ວນການດຳເນີນຄະດີ ທີ່ກ່ຽວຂ້ອງກັບຢາເສບຕິດ ໄດ້ເພີ່ມສູງຂຶ້ນຈາກ 8,800 ຄະດີ ໃນປີ 2015 ເປັນ 13,500 ຄະດີ ໃນປີ 2016.

ທັງນີ້ ມຽນມາຖືເປັນໜຶ່ງໃນປະເທດທີ່ຜະລິດຢາເສບຕິດລາຍໃຫຍ່ຂອງໂລກ ເປັນຈຳນວນມະຫາສານ ຊຶ່ງສ່ວນໃຫຍ່ຖືກສົ່ງອອກໄປຂາຍ ໃນພາກພື້ນອາຊີ ແລະ ອື່ນໆ ໂດຍຢາເສບຕິດສ່ວນຫລາຍ ຖືກຜະລິດຂຶ້ນໃນເຂດພື້ນທີ່ຊາຍແດນ, ເຂດຫ່າງໄກສອກຫລີກ ຊຶ່ງກອງກຳລັງຊົນເຜົ່າສ່ວນນ້ອຍ ຄວບຄຸມຢູ່.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...