Homeຂ່າວພາຍ​ໃນທົ່ວປະເທດ ສຳເລັດການປູກພືດລະດູແລ້ງ ໄດ້ຫຼາຍກວ່າ 1 ແສນເຮັກຕາ

ທົ່ວປະເທດ ສຳເລັດການປູກພືດລະດູແລ້ງ ໄດ້ຫຼາຍກວ່າ 1 ແສນເຮັກຕາ

Published on

ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການປູກພືດລະດູແລ້ງປີນີ້ ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ມາຮອດປັດຈຸບັນ ທົ່ວປະເທດສາມາດປະຕິບັດໄດ້ແລ້ວ ຫຼາຍກວ່າ 103 ພັນເຮັກຕາ, ເທົ່າກັບ 74% ຂອງແຜນການ, ສ່ວນພືດທີ່ນິຍົມປູກຫຼາຍກວ່າໝູ່ ແມ່ນສາລີແຂງ, ພືດຕະກຸນຖົ່ວ ແລະ ພືດອາຍຸສັ້ນຕາມລະດູການ, ຊຶ່ງພົ້ນເດັ່ນກວ່າໝູ່ແມ່ນແຂວງອຸດົມໄຊ, ໄຊຍະບູລີ, ວຽງຈັນ,ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ, ສ່ວນການຜະລິດເຂົ້ານາແຊງມາຮອດປັດຈຸບັນ ທົ່ວປະເທດສາມາດປັກດຳໄດ້ແລ້ວ ຫຼາຍກວ່າ 64 ພັນຮັກຕາ, ເທົ່າກັບ 52 % ຂອງເນື່ອທີ່ແຜນການ 95 ພັນເຮັກຕາ, ທຽບໃສ່ປີຜ່ານມາ ການປັກດຳເຂົ້ານາແຊງປີນີ້ ແມ່ນຍັງຢູ່ໃນເກນປົກກະຕິ ແລະ ຄາດວ່າການປັກດຳຈະສຳເລັດ ໃນຕົ້ນເດືອນມີນາທີ່ຈະມາເຖິງນີ້, ສ່ວນຂະແໜງກະສິກຳ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ສົ່ງເສີມ ການນຳໃຊ້ເຕັກນິກວິທະຍາການ ໃຫ້ກະສິກອນແຕ່ລະທ້ອງຖິ່ນ ເພື່ອຍົກສະມັດຕະພາບການຜະລິດ ໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນມີກະສິກອນບາງເຂດ ໄດ້ຫັນຈາກການປູກເຂົ້າ ໄປປູກພືດລົ້ມລຸກທີ່ຕະຫຼາດຕ້ອງການ ແລະ ເຫັນວ່າສາມາດສ້າງລາຍຮັບໃຫ້ເຂົາເຈົ້າໄດ້ເປັນຢ່າງດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...