spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ກຸມພາ ຫຼືມື້ວາງຈຳໜ່າຍເກມ Ehrgeiz: God Bless the Ring

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 1 ກຸມພາ ຫຼືມື້ວາງຈຳໜ່າຍເກມ Ehrgeiz: God Bless the Ring

Published on

ວັນທີ 1 ກຸມພາ ປີ 2000 ຫຼືມື້ນີ້ເມື່ອ 17 ປີກ່ອນ ເຊິ່ງເປັນມື້ວາງຈຳໜ່າຍຂອງເກມ Ehrgeiz: God Bless the Ring ຫຼືທີ່ເກມເມີ້ໃນສະໄໝນັ້ນເອີ້ນກັນສັ້ນໆວ່າ: Ehrgeiz ເທິງເຄື່ອງ PlayStation (PS1) ທີ່ສະຫະລາຊະອານາຈັກ (ຄຳວ່າ Ehrgeiz ເປັນພາສາເຢຍຣະມັນ ອ່ານວ່າ ແອຣ໌ໄກ ມີຄວາມໝາຍວ່າ ຈຸດມຸ່ງໝາຍ ຫຼືຄວາມທະເຍີທະຍານ)

ສຳລັບ Ehrgeiz ເປັນເກມແນວໄຟຕິ້ງແບບ 3D ທີ່ພັດທະນາໂດຍທີມ DreamFactory ເຊິ່ງເຄີຍພັດທະນາເກມ Tobal No.1 ແລະ Tobal 2 ໃຫ້ກັບ Squaresoft (ຫຼື Square Enix ໃນປັດຈຸບັນ) ມາກ່ອນ. 

ແຕ່ວ່າ Ehrgeiz ຈະແຕກຕ່າງຈາກເກມໄຟຕິ້ງແບບ 3D ທົ່ວໄປ ເນື່ອງຈາກໃຊ້ຄອນເຊັບຂອງເກມແນວມວຍປ້ຳເປັນຫຼັກ ແລະທາງ DreamFactory ເອງກໍໄດ້ນຳແນວທາງການພັດທະນາຂອງຊີຣີ Tobal ມາປັບໃຊ້ໃນເກມ Ehrgeiz ນຳ ນັ້ນກໍຄືການບັງຄັບແບບທີ່ໂຕລະຄອນສາມາດແລ່ນໄປມາໂດຍອ້ອມໄດ້ແບບ 360° ດັ່ງນັ້ນໂຕລະຄອນທັງສອງຝ່າຍຈຶ່ງບໍ່ຈຳເປັນທີ່ຈະຕ້ອງຢູ່ໃນສະຖານະທີ່ຫັນເຂົ້າໜ້າຫາກັນອີກຕໍ່ໄປ ພ້ອມທັງເປີດໂອກາດໃຫ້ຜູ້ຫຼິ້ນໄດ້ເລືອກໃຊ້ພື້ນທີ່ຕ່າງລະດັບ ລວມເຖິງໄອເທັມແລະອາວຸດທີ່ວາງຢູ່ໃນສາກໃຫ້ເປັນປະໂຫຍດໃນການຕໍ່ສູ້ອີກນຳ. 

ສຳລັບເວີຊັ່ນທີ່ລົງໃຫ້ກັບເຄື່ອງ PS1 ໂຕເກມໄດ້ມີເພີ່ມ Quest Mode ທີ່ຕ້ອງເຂົ້າໄປລຸຍຕາມດັນຈ້ຽນຕ່າງໆຄ້າຍເກມ RPG ຕະຫຼອດຈົນມີໂຕລະຄອນ Final Fantasy VII ມາໃຫ້ເລືອກໃຊ້ນຳ ເຊິ່ງເປັນປະກົດການທີ່ບໍ່ດຸຫຼາຍທີ່ຈະເຫັນໂຕລະຄອນຈາກເກມແນວ RPG ໂດດຂ້າມມາໃຫ້ຫຼິ້ນໃນເກມແນວປະເພດນີ້.

Fact ເລັກນ້ອຍກ່ຽວກັບເກມ Ehrgeiz: God Bless the Ring

  • ໂຕລະຄອນຈາກຝັ່ງເກມ Final Fantasy VII ທີ່ປະກົດໃນເກມ Ehrgeiz ຈະມີຢູ່ທັງໝົດ 6 ໂຕໄດ້ແກ່: Cloud, Tifa, Sephiroth, Vincent, Yuffie ແລະ Zack. ໂດຍ Cloud, Tifa ແລະ Sephiroth ຈະເປັນໂຕລະຄອນທີ່ໃຊ້ໄດ້ຕັ້ງແຕ່ຕົ້ນ ສ່ວນ Vincent, Yuffie ແລະ Zack ນັ້ນຕ້ອງຫຼິ້ນຕາມເງື່ອນໄຂໃນເກມເພື່ອປົດລ໋ອກອອກມາກ່ອນ. 

  • Ehrgeiz ເປັນຜົນງານທີ່ຢູ່ພາຍໃຕ້ການຄວບຄຸມເບິ່ງແຍງຂອງທ່ານ Seiichi Ishii ຜູ້ທີ່ເຄີຍຝາກຜົນງານອອກແບບເກມ Virtua Fighter ແລະ Tekken ມາກ່ອນ. 
  • ເກມ Ehrgeiz ເຄີຍລົງໃຫ້ກັບເຄື່ອງຕູ້ອາເຂດແບບຢອດຫຼຽນມາກ່ອນໃນປີ 1998 ເຊິ່ງຕອນນັ້ນເປັນການພັດທະນາຮ່ວມກັນລະຫວ່າງຄ່າຍ Squaresoft (Square Enix ໃນປັດຈຸບັນ) ແລະ Namco

  • ຫຼັງຈາກທີ່ໂຕເກມໄດ້ລົງໃຫ້ກັບເຄື່ອງ PlayStation (PS1) ໃນສະຫະລັດອາເມຣິກາແລ້ວ ທາງ Squaresoft ກໍໄດ້ຈັດການແຂ່ງຂັນເກມນີ້ພາຍໃຕ້ຊື່ວ່າ:  Ehrgeiz Championship Tour ເຊິ່ງເປັນການປະລອງຝີມືເພື່ອຊິງລາງວັນ ໂດຍທົວນາເມັ້ນດັ່ງກ່າວໄດ້ເລີ່ມຂຶ້ນເມື່ອວັນທີ 10 ກໍລະກົດ 1999 ທີ່ກຸງນິວຢອຣ໌ກ

  • Ehrgeiz ສາມາດເຮັດຍອດຂາຍສະເພາະຍີ່ປຸ່ນໄປໄດ້ 340,937 ຊຸດ (ນັບຮອດເດືອນທັນວາ 2004)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...