spot_img
Homeຂ່າວຕ່າງປະເທດAustria ອອກກົດຫ້າມ "ມຸສລິມ" ໃສ່ຜ້າຄຸມຫົວແບບປິດບັງໃບໜ້າໃນທີ່ສາທາລະນະ

Austria ອອກກົດຫ້າມ “ມຸສລິມ” ໃສ່ຜ້າຄຸມຫົວແບບປິດບັງໃບໜ້າໃນທີ່ສາທາລະນະ

Published on

ບີບີຊີ ສື່ອັງກິດລາຍງານ ເມື່ອວັນທີ 31 ມັງກອນ 2017 ວ່າ ລັດຖະບານ ອັອສເຕເລຍຕ້ອງການປະກາດຫ້າມການໃສ່ຜ້າຄຸມຫົວແບບປິດບັງໃບໜ້າທັງໝົດຂອງແມ່ຍິງ ມຸສລິມ ໃນສະຖານທີ່ສາທາລະນະ ເປັນຕົ້ນ ໂຮງຮຽນ ຫຼື ສານ ເພາະເປັນສິ່ງທີ່ຜິດກົດໝາຍ ແລະ ແນວຄິດນີ້ຈະລວມໄປເຖິງການປະກາດໃຫ້ພະນັກງານລັດຫ້າມບໍ່ໃຫ້ໃສ່ຜ້າຄຸມຫົວ ຫຼື ສັນຍາລັກທາງສາສະໜາອື່ນໆ

ສື່ອັງກິດຊີ້ວ່າ ມາດຕະການທີ່ອອກມານີ້ຖືກເບິ່ງວ່າເປັນຄວາມພະຍາຍາມໃນການຕອບໂຕ້ຄວາມນິຍົມຂອງພັກຂວາ ຈັດ Austria ຟຣີດອມປາຣຕີ້ ເຊິ່ງຕົວແທນຜູ້ສະໝັກຈາກພັກນີ້ເສຍໄຊໄປແບບວຸດວິດໃນການເລືອກຕັ້ງປະທານາ ທິບໍດີ ອັອສເຕເລຍ ໃນເດືອນທີ່ຜ່ານມາ ແລະ ພົບວ່າ ພັກປະສົມກາງ ອັອສເຕເລຍ ເກືອບຈະປິດຕົວລົງໃນອາທິດທີ່ຜ່ານມາ ທ່າມກາງວິກິດການເຈລະຈາເຖິງທິດທາງຂອງລັດຖະບານ ອັອສເຕເລຍໃນອານາຄົດ

ທັງນີ້ ໃນລາຍລະອຽດແຜນຂອງການປະຕິຮູບ ພົບວ່າ ພັກລັດຖະບານປະສົມໄດ້ກ່າວເຖິງການຍົກເລີກໃຫ້ໃຊ້ຜ້າຄຸມຫົວໃນສາສະໜາອິສລາມ 2 ແບບຄື: ນິຂາບ (niqab) ແລະ ບູຣຄາ (burqa) ໂດຍໃນຖະແຫຼງການກ່າວວ່າ “ພວກເຮົາມີພັນທະຕໍ່ສັງຄົມແບບເປີດ ເຊິ່ງນັ້ນໝາຍຄວາມວ່າ ເຮົາໃຫ້ການສະໜັບສະໜູນການສື່ສານແບບເປີດນຳ ແຕ່ວ່າຜ້າຄຸມຫົວແບບປົກປິດທັງໃບໜ້າໃນທີ່ສາທາລະນະເປັນສິ່ງກີດຂວາງການເປີດກວ້າງ ດັ່ງນັ້ນທາງເຮົາຈິ່ງຈຳເປັນຕ້ອງປະກາດຫ້າມການສວມໃສ່”

ເຖິງຢ່າງໃດກໍ່ຕາມ ຈາກຄຳສັ່ງນີ້ ທາງເຈົ້າໜ້າທີ່ກະຊວງການທ່ອງທ່ຽວອັອສເຕເລຍ ກັງວົນວ່າ ອາດຈະສົ່ງຜົນກະທົບໄປເຖິງນັກທ່ອງທ່ຽວທີ່ມາຈາກທາງຕະເວັນອອກກາງພ້ອມ.

 

ຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9600000010636
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...