Home​ຂ່າວບັນເທິງພິທີຖະແຫຼ່ງຂ່າວກ່ຽວກັບການປະກວດ ມີສແກຣນ (Miss Grand Laos) 2017

ພິທີຖະແຫຼ່ງຂ່າວກ່ຽວກັບການປະກວດ ມີສແກຣນ (Miss Grand Laos) 2017

Published on

ປະເທດລາວເຮົາແມ່ນຖືວ່າເປັນຄັ້ງທໍາອິດ ທີ່ຈະໄດ້ມີການປະກວດ Miss Grand Laos ສໍາລັບ ຈຸດປະສົງໃນການປະກວດມີສແກຣນລາວ ແມ່ນເພື່ອສ້າງກິດຈະກຳໃຫ້ໄວໜຸ່ມສົນໃຈໃນການສຶກສາຫາຄວາມຮູ້, ສ້າງໃຫ້ມີຈິດສຳນຶກຄວາມຮັກຊາດ, ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ມີຄວາມກ້າຫານໃນການສະແດງອອກເຖິງຄວາມສາມາດ ແລະ ເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້ ແລະ ຍົກບົດບາດຂອງ ສປປ ລາວ ໃນເວທີສາກົນ Miss Grand International ເປັນງານປະກວດຄວາມງາມ ໜຶ່ງໃນ 5 ເວທີຊັ້ນນຳ ຂອງໂລກ ເຊິ່ງປະກອບດ້ວຍ Miss Universe, Miss World, Miss International ແລະ ນາງສາວ Supranational ຜ່ານການຈັດການປະກວດໂຄງການດັ່ງກ່າວມາເປັນໄລຍະ 4 ປິ ມີ 90 ກວ່າປະເທດໄດ້ເຂົ້າຮ່ວມການປະກວດ ແລະ ປະເທດລາວເຮົາແມ່ນເປັນຄັ້ງທໍາອິດທີ່ຈະໄດ້ເຂົ້່າຮ່ວມການປະກວດ ຜູ້ທີ່ໄດ້ຮັບຕໍ່າແໜ່ງ Miss Grand Lao ຈະໄດ້ຮັບເງິນ 150 ລ້ານກີບ.

ງານປະກວດ Miss Grand International ຄັ້ງທີ5 ແມ່ນຈະໄດ້ຈັດຂຶ້ນຢູ່ປະເທດຫວຽດນາມ ໃນກາງເດືອນ ຕຸລາ 2017 ແລະ ຜູ້ທີ່ໄດ້ຮັບ Miss Grand International 2017 ຕ້ອງໄດ້ຍ້າຍມາພັກຢູ່ປະເທດໄທຕະຫຼອດໄລຍະດຳລົງຕຳແໜ່ງເປັນເວລາ 1 ປີ ເພື່ອປະຕິບັດພາລະກິດຕໍ່ຕ້ານສົງຄາມ ແລະ ຄວາມຮຸນແຮງໃນທຸກຮູບແບບຕາມໂຄງການ Stop the War and Violence ຂອງການປະກວດ

0490

ເຊິ່ງພິທີຖະແຫຼ່ງຂ່າວກ່ຽວກັບການປະກວດ ມີສແກຣນ (Miss Grand Laos) 2017 ແມ່ນໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2017 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເປັນປະທານຂອງ ທ່ານ ປອ ຫົງຄໍາ ສຸວັນນະວົງ ປະທານບໍລິສັດທີວີລາວ, ທ່ານ ນະວັດ ອີສຣະໄກສິນ ປະທານບໍລິສັດມີສແກຣນອີນເຕີເນຊັນແນວ, ທ່ານນາງ ອຸທອນທິບ ສຸວັນນະວົງ ປະທານບໍລິສັດມີສລາວຈຳກັດ ພ້ອມດ້ວຍ ນາງ ອາຣີສກາ ປູຕຣີ ເປີຕີວີ ມີສແກຣນ ອິນເຕີເນຊັນແນວ 2016 ແລະ ສື່ມວນຊົນ.

ເງື່ອນໄຂສໍາລັບຜູ້ເຂົ້າຮ່ວມປະກວດ

  • ໂສດ ແລະ ບໍ່ເຄີຍແຕ່ງດອງມາກ່ອນ
  • ບໍ່ເຄີຍເກີດລູກມາກ່ອນ
  • ມີອາຍຸແຕ່ 17-27 ປີ
  • ມີຄວາມສູງບໍ່ຕໍ່າກວ່າ 168 ຊມ ຂຶ້ນໄປ
  • ເປັນແມ່ຍິງໂດຍກຳເນີດ ແລະ ມີສັນຊາດຂອງປະເທດທີ່ຕົນເອງຕາງໜ້າ
  • ມີຄວາມຮູ້ດີກ່ຽວກັບບັນຫາຂອງປະເທດຕົນເຊັ່ນ: ວັດທະນາທຳ, ຮີດຄອງປະເພນີ, ການເມືອງ, ການຄ້າ, ສິ່ງແວດລ້ອມ ແລະ ບັນຫາອື່ນໆ
  • ເປັນບຸກຄົນທີ່ມີປະຫວັດດີໂດຍທີ່: ບໍ່ເຄີຍມີຄະດີຕິດຕົວ, ບໍ່ເຄີຍຖ່າຍຮູບລາມົກອະນາຈານລົງໃນງານວາງສະແດງ ສື່ສິ່ງພິມ ໂທລະພາບ ແລະ ຮູບເງົາ, ບໍ່ມີປະຫວັດທິ່ເປັນແມ່ຍິງຂາຍຕົວ
  • ມີຄວາມຮູ້ພາສາອັງກິດໃນລະດັບດີ 70% ຂຶ້ນໄປ.

ແຫລ່ງຂ່າວຈາກ: https://kuanjailao.com/article/3832
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...