Homeວິທະຍາສາດ-ວິທະຍາການນັກວິໄຈຄິດຄົ້ນ! ແອັບເປິ້ນສາຍພັນໃໝ່ ປອກໄວ້ດົນພຽງໃດກໍ່ບໍ່ປ່ຽນສີ

ນັກວິໄຈຄິດຄົ້ນ! ແອັບເປິ້ນສາຍພັນໃໝ່ ປອກໄວ້ດົນພຽງໃດກໍ່ບໍ່ປ່ຽນສີ

Published on

ເວັບໄຊຂ່າວ news.thaiware ໄດ້ລາຍງານເມື່ອວັນທີ 30 ມັງກອນ 2017 ວ່າ ທີມນັກວິໄຈຂອງບໍລິສັດ Okanagan Specialty Fruits ສາມາດຕັດຕໍ່ດັດແປງພັນທຸກຳບັງຄັບໃຫ້ຢີນຢຸດຜະລິດເອນໄຊມ໌ Polyphenol Oxidase ຫຼື ເອີ້ນຊື່ສັ້ນໆ ວ່າ PPO ທີ່ພົບໃນໝາກໄມ້ຫຼາຍຊະນິດໄດ້ສຳເລັດ ເຊິ່ງເອນໄຊມ໌ດັ່ງກ່າວ ເປັນສາເຫດຫຼັກທີ່ເຫດໃຫ້ເນື້ອຂອງໝາກໄມ້ເກີດປ່ຽນສີຈາກການເຮັດປະຕິກິລິຍາກັບ ກ໊າຊອົກຊີເຈນໃນອາກາດ ຈົນໄດ້ເປັນແອັບເປິ້ນທີ່ຖືກດັດແປງພັນທຸກຳ (Genetically Modified Organisms – GMO) ຊື່ພັນວ່າ Golden Delicious ໃຫ້ມີເນື້ອສີຂາວນວນໜ້າກິນ ເບິ່ງສົດໃໝ່ເຖິງວ່າຈະປອກໄວ້ດົນເຖິງ 3 ອາທິດ

ແອັບເປິ້ນ GMO ນີ້ເປັນໝາກໄມ້ດັດແປງພັນທຸກຳທຳອິດທີ່ຖືກຮັບຮອງ ແລະ ໄດ້ຮັບກາອະນຸຍາດຈາກກະຊວງ ກະສິກຳ ຂອງສະຫະລັດອາເມລິກາ (United States Department of Agriculture – USDA) ຮຽບຮ້ອຍແລ້ວ ເຊິ່ງສາມາດກິນໄດ້ຢ່າງປອດໄພບໍ່ເປັນອັນຕະລາຍຕໍ່ຊີວິດ

ແຫລ່ງຂໍ້ມູນຈາກ: http://news.thaiware.com/9486.html
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...