Home​ຂ່າວບັນເທິງຫ້າງວຽງຈັນເຊັນເຕີ "ເກືອບແຕກ" ເມື່ອ ຊຸບຕາຣ໌ຕົວແມ່ຂອງເມືອງໄທ "ອ້ຳ ພັດຊະລາພາ" ມາເປີດບໍລິສັດ

ຫ້າງວຽງຈັນເຊັນເຕີ “ເກືອບແຕກ” ເມື່ອ ຊຸບຕາຣ໌ຕົວແມ່ຂອງເມືອງໄທ “ອ້ຳ ພັດຊະລາພາ” ມາເປີດບໍລິສັດ

Published on

ຂ່າວບັນເທີງ ກັບ ລາວໂພສຕ໌ ມື້ນີ້ແອັດມິນຮູ້ສຶກຄຶກຄື້ນລະລຶກລະລີ້ເປັນພິເສດ ເພາະມີຂ່າວຂອງ ຊຸບເປີສະຕາຣ໌ ຕົວແມ່ແຫ່ງວົງການບັນເທີງຂອງປະເທດໄທ ແລະ ເປັນຈຸບເປີສະຕາຣໃນດວງໃຈຂອງສອງຝັ່ງແມ່ນ້ຳຂອງ ຢ່າງ “ອ້ຳ ພັດຊະລາພາ ໄຊເຊື້ອ” ເພາະເມື່ອຕອນບ່າຍຂອງວານນີ້ (28 ມັງກອນ 2017) ຫ້າງວຽງຈັນເຊັນເຕີ ໄດ້ຈັດງານເປີດໂຕ ບໍລິສັດ ມິສທິນ ກ້າວໜ້າ ສາຂາປະເທດລາວ ແລະ ໄດ້ສາວ “ອ້ຳ ພັດຊະລາພາ ໄຊເຊື້ອ” ເຈົ້າແມ່ພຣີເຊັນເຕີ ຜະລິດຕະພັນຂອງ ມິສທີນ ມາຮ່ວມໃນງານ ເຊິ່ງເຮັດໃຫ້ ສະຖານທີ່ຈັດງານຢ່າງຫ້າງສັບພະສິນຄ້າ “ວຽງຈັນເຊັນເຕີ” ເກືອບແຕກ ເລີຍກໍ່ວ່າໄດ້ ເພາະຄລື້ນມວນມະຫາຊົນແຟນຄລັບຂອງສາວ “ອ້ຳ ພັດຊະລາພາ ໄຊເຊື້ອ”  ໄດ້ລັ່ງໄຫລມາໂຮມຕົວກັນທີ່ວຽງຈັນເຊັນເຕີ້ ເພື່ອຕ້ອນຮັບ ຊຸບຕາຣ໌ຂັວນໃຈຂອງພວກເຂົາຢ່າງຫຼວງຫຼາຍ ຈົນເຮັດໃຫ້ຫ້າງວຽງຈັນເຊັນເຕີ້ ແໜ້ນໄປດ້ວຍຜູ້ຄົນ ແລະ ຟົດຟື້ນດ້ວຍສຽງກີ໊ດສະນັ່ນທົ່ວຫ້າງ

ນອກຈາກນີ້ຍັງໄດ້ 2 ພິທີກອນແຖວໜ້າຂອງວົງການບັນເທີງບ້ານເຮົາ ແລະ ຝັ່ງປະເທດໄປຢ່າງ ໜຸ່ມ “ມ້ອນ” ພິທີກອນ ແລະ ນັກສະແດງຊື່ດັງ ຈາກລາວ ແລະ ສາວ “ແຫວນແຫວນ” ພິທີກອນ ນັກສະແດງຊື່ດັງຈາກປະເທດໄທ

ເອົາເປັນວ່າ ເວົ້າລ້າໆ ແຟນເພສຈະບໍ່ເຫັນພາບແອັດມິນເລີຍມີພາບມາຝາກກັນ.

 

6694

611

9968 8352

3395

19355

2644

3659

4775

3781

18001

3166

 

 

ພາບຈາກ: Vientiane Center ວຽງຈັນເຊັນເຕີ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...