spot_img
Homeຍ້ອງຍໍຄົນດີເດັ່ນລັດຖະບານລາວ ປະດັບຫຼຽນໄຊພັດທະນາ ໃຫ້ເອກອັກຄະລັດຖະທູດຈີນ

ລັດຖະບານລາວ ປະດັບຫຼຽນໄຊພັດທະນາ ໃຫ້ເອກອັກຄະລັດຖະທູດຈີນ

Published on

ວັນ​ທີ 26 ມັງກອນ 2017 ທີ່​ກະຊວງ​ການ​ຕ່າງປະເທດ ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະເທດ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ອຳ​ລາ​ຂອງ​ທ່ານ ກວນ ຫົວ​ປິງ ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວ ໃນ​ໂອກາດ​ທີ່ສຳເລັດ​ໜ້າທີ່​ການ​ທູດ​ຢູ່​ລາວ.

ໂອກາດ​ນີ້ ທ່ານ​ລັດຖະມົນຕີ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນສຳເລັດ​ໜ້າທີ່​ການ​ທູດ​ຢູ່​ລາວຂອງ​ທ່ານ​ທູດ ເຊິ່ງ​ຕະຫຼອດ​ປະຕິ​ບັດ​ໜ້າທີ່​ການ​ທູດ​ທ່ານ​ທູດ​ເອງ ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ໃນການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ແລະ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະສາດ​ຮອບດ້ານ ໂດຍ​ສະເພາະ ການ​ສືບຕໍ່​ຊຸກຍູ້​ຈັດ​ຕັ້ງ​ປະ​ບັດການ​ຕົກລົງ​ຂອງ​ຜູ້ນຳ​ສອງ​ປະເທດ ລາວ-ຈີນ.

ນອກ​ນີ້ ທ່ານ​ຍັງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຈັດ​ກິດ​ຈະກຳ​ ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລາວ-ຈີນ ຄົບຮອບ 55 ປີ ສະໜັບສະໜູນການ​ເປັນ​ປະທານ​ອາ​ຊຽນ​ຂອງລາວ ການ​ພົວພັນ​ຮ່ວມ​ມື​ດ້ານເສດຖະກິດ-ການ​ຄ້າ​ສອງ​ປະເທດ ກໍ່​ຄືການ​ຊຸກຍູ້​ໃຫ້​ວິ​ສະຫະກິດ​ຈີນ​ມາ​ລົງທຶນ​ຢູ່​ລາວ ເປັນຕົ້ນ ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ກະສິກຳ ແລະ ພື້ນຖານ​ໂຄງລ່າງ ເຮັດ​ໃຫ້​ຈີນ​ກາຍເປັນ​ອັນ​ດັບ 1 ການ​ລົງທຶນ​ຕ່າງປະເທດ ແລະ ເປັນ​ຄູ່​ຄ້າ​ອັນ​ດັບ 2 ຂອງ​ລາວ ພ້ອມ​ດຽວ​ກັນ ໄດ້​ຊຸກຍູ້​ເຮັດ​ໃຫ້ໂຄງການ​ລະດັບ​ຊາດ​ມີ​ຄວາມ​ຄືບ​ໜ້າ​ບັນລຸ​ເປົ້າ​ໝາຍ ເປັນຕົ້ນ ໂຄງການ​ປ່ອຍ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ ໂຄງການ​ກໍ່ສ້າງ​ເສັ້ນທາງລົດໄຟ ລາວ-ຈີນ ປຸກລະດົມ​ຂົນຂວາຍ​ເອົາ​ການ​ຊ່ວຍເຫຼືອ​ຈາກລັດຖະບານ​ຈີນ ໃຫ້​ແກ່​ລັດ​ຖະບານ​ລາວ ​ອັນ​ພົ້ນ​ເດັ່ນ​ແມ່ນ​ໂຄງການ​ກໍ່ສ້າງ​ຕຶກ​ອາຄານ​ສຳນັກງານ​ສູນ​ກາງ​ພັກ ອາຄານ​ເຝີກອົບຮົມ​ສູນ​ກາງ​ແນວ​ລາວ​ສ້າງຊາດ ແລະ ໃຫ້​ທຶນ​ການ​ສຶກ​ສາແກ່​ນັກ​ສຶກ​ສາ​ລາວ ຈຳນວນ 6.900 ທຶນ ໃນ​ປີ 2015.

ຍ້ອນ​ເຫັນ​ໄດ້​ເຖິງ​ຄຸນ​ງາມຄວາມ​ດີ ແລະ ຜົນງານ​ອັນ​ດີເລີດດັ່ງກ່າວ ​ທ່ານ​ລັດຖະມົນຕີ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ລາວ ປະດັບຫຼຽນ​ໄຊ​ມິດຕະພາບ​ໃຫ້​ທ່ານ ກວນ ຫົວ​ປິງ ເພື່ອ​ເປັນ​ການ​ສະແດງ​ຄວາມ​ຂອບໃຈ ຄວາມ​ຮູ້​ບຸນຄຸນ ແລະ ຊົມເຊີຍ​ຜົນສຳເລັດຈາກ​ລັດຖະບານ ແລະ ປະຊາຊົນລາວ ຕໍ່​ການ​ປະ​ບັດ​ໜ້າທີ່​ວຽກງານ​ອັນ​ມີ​ກຽດ ແລະ ສູງ​ສົ່ງ​ຂອງທ່ານ​ທູດ

ພາບແລະຂ່າວ: ວຽງຈັນໃໝ່
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...