spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້1 ປີກະຊວງ ປກສ ສາມາດດໍາເນີນຄະດີ ຢາເສບຕິດໄດ້ 2.000 ກວ່າລາຍ

1 ປີກະຊວງ ປກສ ສາມາດດໍາເນີນຄະດີ ຢາເສບຕິດໄດ້ 2.000 ກວ່າລາຍ

Published on

ຂປລ. ທ່ານ ພົນຕີ ສິນລະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບໄດ້ລາຍງານຕໍ່ກອງປະ ຊຸມ ສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2016 ແລະ ທິດທາງປີ 2017 ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 26-27 ມັງກອນ 2017 ນີ້ ທິ່ກະຊວງປ້ອງກັນຄວາມສະຫງົບວ່າ:ຕະຫລອດໄລຍະ 1 ປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ສາມາດດໍາເນີນຄະດີຢ່າເສບຕິດໄດ້ 2.508 ລາຍ ໃນນັ້ນໄດ້ກັກຕົວຜູ້ຖືກຫາ 3.700 ຄົນ,ຍິງ 558 ຄົນ, ທຽບໃສ່ປີ 2015 ຄະດີເພີ່ມຂຶ້ນ 250 ຄະດີ, ຢຶດຂອງກາງຢ່າເສບຕິດປະເພດຕ່າງໆ: ຢາບ້າ 1.862,87 ກິໂລກະ ລາມ, ເຮໂລອິນ 188,39 ກິໂລກະລາມ, ຢາໄອສ໌ 144,66 ກິໂລກະລາມ, ກັນຊາແຫ້ງ 425,46 ກິໂລກະ ລາມ, ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6.831,16 ກິໂລກະລາມ, ແກ່ນຝິ່ນ 25ກິໂລ, ເຄື່ອງອັດຢາບ້າ 7 ເຄື່ອງ, ເຄື່ອງອົບຢາບ້າ 1 ເຄື່ອງ, ເຄື່ອງຂົ້ວຢາບ້າ 3 ເຄື່ອງ, ເຄື່ອງບົດຢາບ້າ 1 ເຄື່ອງ, ຫົວເຊື່ອມນ້ຳຫອມ 560 ກັບ, ລົດໂຫຍ່97 ຄັນ, ລົດຈັກ 136 ຄັນ ແລະ ອື່ນໆ.

ທ່ານ ພົນຕີ ສິນລະວົງ ໄຊຍະກອນ ຍັງໃຫ້ຮູ້ຕື່ມອີກວ່າ: ໄດ້ເອົາໃຈໃສ່ປັບປຸງ ຕາໜ່າງສືບຂ່າວໃຫ້ມີຄຸນນະພາບ ສາມາດກໍາແໜ້ນເປົ້າໝາຍ ແລະ ການແກ້ໄຂ ຕ້ອງຮັບປະກັນຕາມຫລັກການວິຊາສະເພາະ ພ້ອມນີ້ ໄດ້ເພີ່ມທະວີກໍ່ສ້າງຍົກລະດັບ ພະນັກງານສືບສວນ-ສອບສວນໃຫ້ມີຄວາມຮູ້ຄວາມສາມາດຊໍານິຊໍານານ ທາງດ້ານວິຊາສະເພາະດໍາເນີນຄະດີໃຫ້ຖືກຕ້ອງ ຕາມລະບຽບກົດໝາຍທັງຮັບປະກັນ ຄວາມຍຸຕິທໍາໃນສັງຄົມ ແລະ ເອົາໃຈໃສ່ຂອດຄຸ້ມ ຄອງວັດຖຸຂອງກາງ ໃຫ້ເຂັ້ມງວດກວ່າເກົ່າ, ເອົາໃຈໃສ່ປ້ອງກັນເວນຍາມຄ້າຍຄຸມຂັງ, ຄ້າຍດັດສ້າງ, ຄ້າຍກັກຂັງຊົ່ວຄາວ ໃຫ້ຮັບປະກັນຄວາມສະຫງົບປອດໄພ ໂດຍພື້ນຖານ, ທັງສືກສາອົບຮົມນັກໂທດ, ຜູ້ຖືກດັດສ້າງ ແລະ ຜູ້ຖືກຫາໃຫ້ເຂົ້າໃຈຕໍ່ແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃນເມື່ອພົ້ນໂທດອອກໄປສູ່ສັງຄົມ, ບໍ່ກ້າກະທໍາຜິດອີກ ພ້ອມດຽວກັນນັ້ນ ກໍຍັງໄດ້ເອົາໃຈໃສ່ຄຸ້ມຄອງ ພາຍໃນກໍາລັງຢ່າງເຂັ້ມງວດ ແລະ ເດັດຂາດຮັບປະກັນບໍ່ໃຫ້ເກີດ ປະກົດການຫຍໍ້ທໍ້ຢູ່ພາຍໃນ ຫລື ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍອື່ນໆ.

 

ຂ່າວ ວັນ, ພາບ ວຽງສະຫວັນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...