Homeຂ່າວເຫດການເປັນເລື່ອງ! ຜູ້ປະຈານໝໍຫຼິ້ນໂທລະສັບ ຕ້ອງຂໍໂທດໃນຄວາມບໍ່ເໝາະສົມ (ມີຄລິບ)

ເປັນເລື່ອງ! ຜູ້ປະຈານໝໍຫຼິ້ນໂທລະສັບ ຕ້ອງຂໍໂທດໃນຄວາມບໍ່ເໝາະສົມ (ມີຄລິບ)

Published on

ຕອນບ່າຍມື້ນີ້ 26 ມັງກອນ 2017, ຢູ່ທີ່ແຂວງສະຫວັນນະເຂດ ມີພິທີສຶກສາອົບຮົມໄວໜຸ່ມຍິງຜູ້ໜຶ່ງ ທີ່ໄດ້ຖ່າຍຮູບເຈົ້າໜ້າທີ່ໂຮງໝໍແຂວງ ທີ່ກຳລັງຫຼິ້ນໂທລະສັບ ພ້ອມທັງຂໍ້ຄວາມທີ່ບໍ່ເໝາະສົມ ແລ້ວໂພສຕ໌ລົງເຟສບຸກ.

ໃນວັນທີ 22 ມັງກອນ ທີ່ຜ່ານມາ ນາງ ເອ (ຊື່ສົມມຸດ) ໄດ້ລັກຖ່າຍຮູບແພດໝໍຢູ່ໂຮງໝໍແຂວງສະຫວັນນະເຂດ ທີ່ກຳລັງຫລິ້ນໂທລະສັບ ພ້ອມທງຂໍ້ຄວາມທີ່ຫຍາບຄາຍບໍ່ເໝາະສົມລົງເຟສບຸກ ເຊິ່ງເຮັດໃຫ້ເກີດການວິພາກວິຈານຢ່າງຫຼວງຫຼາຍ. ຕໍ່ເຫດການດັ່ງກ່າວນັ້ນ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ນຳໂຕຜູ້ກ່ຽວມາສຶກສາອົບຮົມ ແລະຜູ້ກ່ຽວກໍໄດ້ກ່າວຂໍໂທດຕໍ່ການກະທຳທີ່ຮູ້ເທົ່າບໍ່ເຖິງການດັ່ງກ່າວ.
16174797_1841053032840288_6387818081396790034_n

ບັນຫາການປະຈານການປະຕິບັດງານຂອງເຈົ້າໜ້າທີ່ແພດໝໍມີຢ່າງໜາຫູໃນສັງຄົມ ເຊິ່ງມີຫຼາຍກໍລະນີທີ່ຜູ້ວິພາກວິຈານຕ້ອງອອກມາຂໍໂທດແບບນີ້ ເນື່ອງຈາກການກະທຳດັ່ງກ່າວຖືເປັນການໃສ່ຮ້າຍປ້າຍສີ ທີ່ສ້າງຄວາມເສຍຫາຍຕໍ່ກຽດສັກສີຂອງວົງການແພດຂອງລາວເຮົາ ເພາະການຕຳໜິສົ່ງຂ່າວທີ່ຖືກຕ້ອງນັ້ນ ແມ່ນຖ້າຫາກພົບເຫັນພຶດຕິກຳ ຫຼືເລື່ອງລາວໃດທີ່ຕົນເຫັນວ່າບໍ່ເໝາະສົມ ກໍຄວນນຳເອົາຫຼັກຖານເຂົ້າລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອໃຫ້ມີການກວດສອບຕາມຂັ້ນຕອນ ຫາກບໍ່ຄວນໂພສຕ໌ລົງສື່ສາທາລະນະ ເພາະສິ່ງທີ່ເຫັນອາດຈະບໍ່ເປັນດັ່ງທີ່ຄິດກໍໄດ້.

ຍ້ອນແນວນັ້ນ, ໃນຂະນະທີ່ຊຸມປີທີ່ຜ່ານມາແຕ່ລະໂຮງໝໍກໍໄດ້ຕື່ນໂຕ ປັບປຸງການປະຕິບັດວຽກງານ ໂດຍສະເພາະການໃຫ້ການບໍລິການປິ່ນປົວຄົນເຈັບ ດ້ວຍຈັນຍາບັນຢ່າງເອົາໃຈໃສ່ ເຊິ່ງເຫັນໄດ້ວ່າມາຮອດປັດຈຸບັນນີ້ ການປິ່ນປົວຄົນເຈັບຂອງແພດໝໍແມ່ນດີຫຼາຍ ແລະຖືກຍອມຮັບຈາກສັງຄົມນັບມື້ຫຼາຍຂຶ້ນເລື້ອຍໆ

ຊົມຄລິບການກ່າວຂໍໂທດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...