spot_img
Homeຂ່າວພາຍ​ໃນລັດຖະບານເຂັ້ມງວດໃນການແກ້ໄຂບັນຫາການນຳເຂົ້າລົດບໍ່ຖືກຕ້ອງທົ່ວປະເທດ ຈຳນວນ 5,639 ຄັນ

ລັດຖະບານເຂັ້ມງວດໃນການແກ້ໄຂບັນຫາການນຳເຂົ້າລົດບໍ່ຖືກຕ້ອງທົ່ວປະເທດ ຈຳນວນ 5,639 ຄັນ

Published on

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນໄດ້ຈັດຂຶ້ນລະຫວ່າງວັນທີ 14-25 ມັງກອນ 2017 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ່ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ເຂົ້າຮ່ວມກອງປະຊຸມມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນຢ່າງພ້ອມພຽງ.

ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ທີ່ຈັດຂຶ້ນໃນວັນທີ 23 ມັງກອນ ທີ່ຜ່ານມາ ກໍ່ໄດ້ພິຈາລະນາ ແລະ ຊີ້ນຳແກ້ໄຂບັນຫາຮີບດ່ວນ ໂດຍສະເພາະແມ່ນສະພາບຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ ແລະ ບັນຫາການນຳເຂົ້າລົດບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ

59960

ສຳລັບບັນຫາການນຳເຂົ້າລົດບໍ່ຖືກຕ້ອງແມ່ນມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງເລິກກວດກາ ແລະ ແກ້ໄຂລົດ ທີ່ນໍາເຂົ້າບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ຈໍານວນ 5,639 ຄັນ ສໍາລັບລົດທີ່ມີການລັກລອບຈາກປະເທດໃກ້ຄຽງ ແລ້ວນໍາເຂົ້າມາຈໍາໜ່າຍຢູ່ລາວ ແບຜິດກົດໝາຍ, ຖ້າກວດເຫັນ ແມ່ນໃຫ້ຢຶດ ແລະ ປະຕິບັດຕາມລະບຽບກົດໝາຍ ແລ້ວນໍາສົ່ງກັບຄືນປະເທດດັ່ງກ່າວ ໂດຍມີການມອບ-ຮັບເປັນທາງການຄັກ ແນ່ ສໍາລັບການນໍາເຂົ້າລົດ ທີ່ມີການປອມແປງເອກະສານ ແມ່ນໃຫ້ຢຶດເປັນຂອງລັດ ແລະ ໃຫ້ດໍາເນີນມາດຕະການຕໍ່ຜູ້ກະທໍາຜິດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຖ້າບໍລິສັດໃດ ຫາກກະທໍາຜິດ ກໍໃຫ້ຖອນໃບທະບຽນວິສາ ຫະກິດ ຂອງບໍລິສັດດັ່ງກ່າວ ເຫັນດີໃຫ້ກະຊວງການເງິນ ແຕ່ງຕັ້ງ 02 ໜ່ວຍງານ ເພື່ອດໍາເນີນການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຄື: ໜ່ວຍງານກວດກາ ແລະ ໜ່ວຍງານເກັບກູ້

ສໍາລັບລົດທີ່ນໍາເຂົ້າບໍ່ຖືກຕ້ອງ ຢູ່ບັນດາແຂວງແມ່ນໃຫ້ປະຕິບັດຕາມມາດຕະການ ແກ້ໄຂທີ່ໄດ້ລະບຸໄວ້ໃນແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1943/ຫສນຍ.ກສສ, ລົງວັນທີ 08 ທັນວາ 2016 ເນື້ອໃນແຈ້ງການສະບັບດັ່ງກ່າວ ໄດ້ລະບຸໄວ້ວ່າ: “ເພື່ອຮັບປະກັນໃຫ້ແກ່ການແກ້ໄຂບັນຫາດັ່ງກ່າວໃຫ້ຂາດຕົວ, ບໍ່ໃຫ້ມີຊ່ອງວ່າງ ແລະ ໃຫ້ຖືກຕ້ອງຕາມກົດໝາຍ. ພາຫະນະອັນໃດທີ່ທາງຄະນະກໍາມະການຂັ້ນແຂວງ ໄດ້ຂຶ້ນບັນຊີຕີລາຄາແລ້ວ ກ່ອນວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາກາງ ທີ່ກໍານົດໃນຂໍ້ຕົກລົງ ສະບັບເລກທີ 2320/ກງ, ລົງວັນທີ 22 ທັນວາ 2003 ຂອງກະຊວງການເງິນ, ສ່ວນພາຫະນະອັນໃດທີ່ແຈ້ງຫຼັງວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ ແລະ ໃຫ້ນໍາໃຊ້ມາດຕະການປັບໃໝ ຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຖ້າເຈົ້າຂອງພາຫະນະ ບໍ່ຍິນຍອມ ແມ່ນໃຫ້ດໍາເນີນການຮິບມາເປັນຂອງລັດ ຕາມກົດໝາຍກໍານົດ.”

ສ່ວນລົດນໍາເຂົ້າເພື່ອສົ່ງອອກໄປປະເທດທີ 3 ຢູ່ດ່ານພາສີສາກົນຂົວມິດຕະພາບ 1 (ດ່ານພາສີສາງທ່ານາແລ້ງ) ຈໍານວນ 1.947 ຄັນ, ລົດທີ່ນໍາເຂົ້າກາຍກໍານົດ 4 ເດືອນ ຈໍານວນ 435 ຄັນ ແມ່ນເຊີນເອົາບໍລິສັດມາກ່າວເຕືອນກ່ອນ ແລະ ໃຫ້ກໍານົດເວລາປະຕິບັດຕື່ມ ແລະ ຖ້າບໍ່ສາມາດປະຕິບັດໄດ້ ໃຫ້ຢຶດເປັນຂອງລັດ, ສ່ວນທີ່ຍັງເຫຼືອຖ້າບໍ່ນໍາອອກໄປຕາມກໍານົດເວລາ ແລະ ຄົບ 04 ເດືອນ ຄືກັບກໍລະນີຂ້າງເທິງ ກໍ່ໃຫ້ຢຶດເປັນຂອງລັດ. ພ້ອມນັ້ນ ກໍໃຫ້ດໍາເນີນການກວດກາຄືນຄັກແນ່ ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍໃນການນໍາເຂົ້າລົດ ເພື່ອສົ່ງຕໍ່ໄປປະເທດທີ 3 ແລະ ເຊີນຜູ້ປະກອບການມາລຸໂລ່ງຄັກແນ່.

ທັງນີ້ ກອງປະຊຸມໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະ ຫງົບ ກວດກາຄືນສະພາບການອອກປ້າຍລົດ ບໍ່ຖືກຕ້ອງໃຫ້ບັນດາເປົ້າໝາຍຕ່າງໆ ທີ່ຂະແໜງການຕົນຮັບ ຜິດ ຊອບ ໃນໄລຍະຜ່ານມາ ເພື່ອລາຍງານລັດຖະ ບານ. ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ແລະ ກວດກາຄືນບັນດານິຕິກໍາໃນການຄຸ້ມຄອງປ້າຍ ແລະ ອອກທະບຽນລົດ ເພື່ອປັບປຸງໃຫ້ຮັດກຸມ ແລະ ຖືກຕ້ອງຕາມລະບຽບກົດໝາຍ; ໃຫ້ມີມາດຕະການດ້ານວິໄນຢ່າງເຂັ້ມງວດ ຕໍ່ບໍລິສັດ ທີ່ເຮັດຜິດກົດໝາຍ ແລະ ພະນັກງານລັດ ທີ່ສົມຮູ້ຮ່ວມຄິດໃນການນໍາເຂົ້າລົດບໍ່ຖືກຕ້ອງ ຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ: http://www.sedthakid.la/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...