Homeສຸຂະພາບ ແລະ ສີ່ງແວດລ້ອມ11 ຄວາມຜິດປົກກະຕິຮ່າງກາຍສົ່ງສັນຍານ ເຕືອນພະຍາດມະເຮັງ

11 ຄວາມຜິດປົກກະຕິຮ່າງກາຍສົ່ງສັນຍານ ເຕືອນພະຍາດມະເຮັງ

Published on

ອາການຜິດປົກກະຕິຂອງຮ່າງກາຍສະແດງອອກ ຫາກສັງເກດໄດ້ດີໆ ບໍ່ວ່າຈະເຈັບໄຂ້ໄດ້ປ່ວຍຫຍັງກໍຕາມ ກໍສາມາດຮູ້ໄດ້ທັນທີ ເພື່ອເຂົ້າຮັກສາອາການຕໍ່ໄປ, ພະຍາດມະເຮັງຂັ້ນເລີ່ມຕົ້ນ ຖ້າຫາກກວດພົບສາມາດປິ່ນປົວໃຫ້ດີຂາດໄດ້, ດັ່ງນັ້ນ ການສັງເກດຄວາມຜິດປົກກະຕິຂອງຮ່າງກາຍຈຶ່ງສຳຄັນ ແຕ່ອາການຜິດປົກກະຕິທີ່ວ່ານັ້ນມີດັ່ງນີ້

  1. ຜູ້ຍິງມີການນລົງຂາວ ຫຼືມີເລືອດອອກຈາກຊ່ອງຄອດຢ່າງຜິດປົກກະຕິ ແລະການກວດພົບບາດແຜ ຫຼືກ້ອນຢູ່ປາກມົດລູກ ນີ້ເປັນສັນຍານຂອງພະຍາດມະເຮັງປາກມົດລູກ
  2. ເປັນກ້ອນຢູ່ເຕົ້ານົມ ລວມເຖິງຄວາມຜິດປົກກະຕິຂອງເຕົ້ານົມ ຂະໜາດທີ່ໃຫຍ່ຂຶ້ນ ຫຼືນ້ອຍລົງ, ແຂງ, ຫົວນົມບູ້ມເຂົ້າໄປ, ຜິວໜັງເຕົ້ານົມຫຍາບ, ມີນໍ້າເຫຼືອງ ຫຼືເລືອດໄຫຼຊຶມອອກຈາກຫົວນົມ ນີ້ເປັນສັນຍານຂອງພະຍາດມະເຮັງເຕົ້ານົມ
  3. ເຈັບຫຼັງ, ຕົນໂຕເຫຼືອງ, ຕາເຫຼືອງ ແລະປັດສະວະເປັນສີເຫຼືອງ ມີອາການເຈັບປວດແໜ້ນທ້ອງບໍລິເວນດ້ານຂວາ ສັນຍານພະຍາດມະເຮັງຕັບ
  4. ໄອຊໍ້າເຮືອ, ສຽງແຫບ, ໄອມີເລືອດອອກ ສັນຍານມະເຮັງປອດ, ມະເຮັງຕ່ອມໄທຣອຍ ຫຼືມະເຮັງຕ່ອມນໍ້າເຫຼືອງ
  5. ເປັນຝ້າຂາວ, ຝ້າແດງໃນປາກ ມີກ້ອນຢູ່ຄໍ ມີໂອກາດພັດທະນາເປັນມະເຮັງໄດ້ໃນພາຍຫຼັງ ຕ່ອມກ້ອນໃນປາກທີ່ໃຫຍ່ຂຶ້ນເລື້ອຍໆ ມີກ້ອນຢູ່ຄໍ ເປັນບາດແຜຊໍ້າເຮື້ອປົວບໍ່ດີພາຍໃນ ​3 ອາທິດ ສັນຍານພະຍາດມະເຮັງຊ່ອງປາກ
  6. ມີເລືອດດັງອອກຕະຫຼອດ, ເຈັບຫົວ, ເບິ່ງເຫັນພາບຊ້ອນ ສັນຍານມະເຮັງໂພງດັງ
  7. ເຈັບທ້ອງ, ນໍ້າໜັກຫຼຸດລົງຫຼາຍ ສັນຍານພະຍາດມະເຮັງຖົງນໍ້າບີ ແລະທໍ່ນໍ້າບີ
  8. ຖ່າຍເປັນເລືອດ ຫຼືມີມູກປົນເລືອດ, ມີເລືອດອອກມາກັບອຸດຈະລະເປັນເວລາດົນ ສັນຍານມະເຮັງລຳໄສ້ໃຫຍ່ ແລະທະວານໜັກ
  9. ຜູ້ຍິງເປັນກ້ອນໃນທ້ອງນ້ອຍ, ເຈັບທ້ອງ, ແໜ້ນທ້ອງ, ມີອາການທ້ອງອືດຕະຫຼອດ, ມີນໍ້າໃນຊ່ອງທ້ອງເຮັດໃຫ້ທ້ອງໃຫຍ່ຂຶ້ນກວ່າເດີມ, ເບື່ອອາຫານ ແລະນໍ້າໜັກຫຼຸດລົງ ສັນຍານພະຍາດມະເຮັງຮັງໄຂ່
  10. ມີກ້ອນແຂງອອກມາຈາກກະດູກ, ກ້ອນຈະໃຫຍ່ໄວ ຕໍ່ມາມີອາການເຈັບປວດຮ່ວມກັນ ບາງຄົນກະດູກແຕກໄດ້ງ່າຍຈາກການກະທົບພຽງເລັກໜ້ອຍ ສັນຍານຂອງພະຍາດມະເຮັງກະດູກ
  11. ໜ້າມືດ, ວິນຫົວ, ເມື່ອຍງ່າຍ, ເລືອດອອກງ່າຍ, ເປັນຈໍ້າຕາມຕົວ, ຕ່ອມນໍ້າເຫຼືອງໃຫຍ່ ອາດພົບກ້ອນໃນທ້ອງ ພູມຄຸ້ມກັນຂອງຮ່າງກາຍຜິດປົກກະຕິ ສັນຍານມະເຮັງເມັດເລືອດຂາວດັ່ງນັ້ນ ເພື່ອໃຫ້ຫ່າງໄກຈາກພະຍາດດັ່ງກ່າວນີ້ ຄວນໝັ່ນກວດສຸຂະພາບຕະຫຼອດ ຫາກພົບຄວາມຜິດປົກກະຕິຄວນເຂົ້າຮັບການກວດຈາກໝໍ ເຊິ່ງອາການຕ່າງໆທີ່ກ່າວມານັ້ນ ອາດເກີດຈາກສາເຫດ ຫຼືພະຍາດອື່ນໆ ທີ່ບໍ່ແມ່ນມະເຮັງກໍໄດ້, ພະຍາດມະເຮັງຂັ້ນຕົ້ນ ສາມາດຮັກສາໄດ້ ແລະຢ່າລືມຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງຢູ່ສະເໝີ ເພື່ອຕໍ່ສູ້ກັບພະຍາດຮ້າຍແຮງຕ່າງໆ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...