spot_img
Homeຂ່າວຕ່າງປະເທດຕຳຫລວດຍີ່ປຸ່ນ ຈັບຮອງອະທິບໍດີກົມຊັບສິນທາງປັນຍາ ຂອງປະເທດໄທ ຂໍ້ຫາລັກຮູບແຕ້ມໃນໂຮງແຮມ

ຕຳຫລວດຍີ່ປຸ່ນ ຈັບຮອງອະທິບໍດີກົມຊັບສິນທາງປັນຍາ ຂອງປະເທດໄທ ຂໍ້ຫາລັກຮູບແຕ້ມໃນໂຮງແຮມ

Published on

ໃນວັນທີ 25 ມັງກອນ 2017 ເວັບໄຊ sankei.com ລາຍງານວ່າ ຕຳຫຼວດເມືອງ ກຽວໂຕ ປະເທດ ຍີ່ປຸ່ນ ໄດ້ຈັບກຸມຕົວ ທ້າວ ສຸພັນ ສະຫງວນດີກຸນ ໄວອາຍຸ 60 ປີ ຮອງອະທິບໍດີ ກົມຊັບສິນທາງປັນຍາຂອງປະເທດໄທ ພາຍຫລັງກໍ່ເຫດ ລັກຮູບແຕ້ມໃນໂຮງແຮມ ແຫ່ງໜື່ງໃນເມືອງ ກຽວໂຕ ເປັນຈຳນວນ 3 ຮູບ ທ້າວ ສຸພັນ ສະຫງວນດີກຸນ ໄດ້ລັກເອົາຮູບແຕ້ມທີ່ແຂວນຝາໄວ້ຕົບແຕ່ງບໍລິເວນທາງຍ່າງຂອງໂຮງແຮມຂອງຊັ້ນ 9 ແລະ ຊັ້ນ 10 ໂດຍທີ່ພະນັກງານຂອງໂຮງແຮມໄດ້ສັງເກດວ່າຮູບທີ່ແຂວນໄວ້ນັ້ນຫາຍໄປ ກ່ອນທີ່ພະນັກງານໂຮງແຮມຈະແຈ້ງຕຳຫຼວດກໍ່ໄດ້ມີການກວດເບິ່ງກ້ອງວົງຈອນປິດ ແລະ ພົບວ່າ ທ້າວ ສຸພັນ ສະຫງວນດີກຸນ ໄດ້ເປັນຄົນເອົາຮູບແຕ້ມເຫຼົ່ານັ້ນໄປ ຈົນນຳໄປສູ່ການຈຳກຸມຕົວໃນທີ່ສຸດ ແລະ ທາງເຈົ້າໂຕຍອມຮັບຂໍ້ກ່າວຫາດັ່ງກ່າວ.

100 (1)

 

ແຫລ່ງຂ່າວຈາກ: http://hilight.kapook.com/view/148287

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...