Homeນານາສາລະຜັກກະເດົາ ຊ່ວຍລ້າງສານພິດໃນເລືອດ ແລະປ້ອງກັນເບົາຫວານ

ຜັກກະເດົາ ຊ່ວຍລ້າງສານພິດໃນເລືອດ ແລະປ້ອງກັນເບົາຫວານ

Published on

ຜັກກະເດົາເປັນເປັນຜັກຊະນິດໜຶ່ງທີ່ມີລົດຊາດຂົມ ແຕ່ມີປະໂຫຍດຫຼາຍຕໍ່ກັບຮ່າງກາຍຂອງຄົນເຮົາ ຊ່ວຍຕ້ານມະເຮັງ ແລະເບົາຫວານໄດ້ດີ ແລະມີປະໂຫຍດຫຼາຍຢ່າງດັ່ງນີ້

  1. ລ້າງສານພິດໃນເລືອດ: ເອົາຜັກກະເດົາມາຕົ້ມແລ້ວດື່ມ ຊ່ວຍໃຫ້ເລືອດສະອາດ ເພາະມັກຊ່ວຍລ້າງສານພິດໃນເລືອດ ສົ່ງເສີມການເຮັດວຽກຂອງຕັບ, ກະຕຸ້ນພູມຄຸ້ມກັນ ຊ່ວຍຮັກສາລະດັບຂອງນໍ້າຕານໃນເລືອດ, ເຮັດໃຫ້ເລືອດໄຫຼວຽນສະດວກ
  2. ປິ່ນປົວພະຍາດທາງຜິວໜັງ: ສານໃນຜັກກະເດົາ ມີສັບພະຄຸນຕ້ານເຊື້ອພະຍາດຕ່າງໆ ແລະຕ້ານການອັກເສບ ໂດຍສະເພາະແມ່ນ Gedunin ແລະnimbidol ທີ່ມີໃນໃບກະເດົາ ມີປະສິດທິພາບໃນການອອກລິດ, ຕ້ານເຊື້ອລາສູງ ຊ່ວຍທຳລາຍເຊື້ອລາຕ່າງໆທີ່ເກີດຂຶ້ນກັບເລັບມື, ເລັບຕີນ, ຂີ້ກາກ, ຂີ້ກ້ຽນ, ຂີ້ຫິດ ບາດແຜຈາກແບັກທີເລຍໄດ້ເປັນຢ່າງດີ
  3. ປິ່ນປົວໄຂ້ມາເລເລຍ: ສານເຄມີກຸ່ມລິໂມນອຍ ໄດ້ແກ່ ສານເກດູນິ ແລະນິມໂບລິດີ ທີ່ຢູ່ໃນໃບກະເດົາ ແລະແກ່ນກະເດົາ ສາມາດຢັບຢັ້ງເຊື້ອຊິປາຣັມ ເຊິ່ງເປັນເຊື້ອໄຂ້ມາເລເລຍຊະນິດໜຶ່ງໄດ້ຢ່າງມີປະສິດທິພາບ ແລະສານນີ້ມີຄວາມເປັນພິດຕໍ່າ
  4. ປິ່ນປົວພະຍາດຂໍ້ອັກເສບ: ກະເດົາຊ່່ວຍຫຼຸດອາການປວດ, ບວມໃນຂໍ້ ແລະມີການສະກັດເອົານໍ້າມັນມາທາ ບໍລິເວນທີ່ມີອາການເຈັບປວດກ້າມເນື້ອ, ເຈັບຂໍ້ ແລະອາການເຈັບຫຼັງຊ່ວງລຸ່ມ
  5. ຊ່່ວຍຍ່ອຍອາຫານ: ໃບກະເດົາສາມາດເອົາມາເຮັດເປັນເມນູໃຫ້ນໍ້າຍ່ອຍອອກມາໄດ້ ເປັນການກະຕຸ້ນໃຫ້ຮ່າງກາຍຜະລິດນໍ້າບີ ເຮັດໃຫ້ກະເພາະຍ່ອຍອາຫານໄດ້ດີຂຶ້ນ
  6. ບຳລຸງຊ່ອງປາກ: ກະເດົາເປັນຜັກ ທີ່ມີສັບພະຄຸນບຳລຸງເຫືອກ ແລະແຂ້ວ ຈຶ່ງນິຍົມເອົາມາສະກັດເປັນສ່ວນປະສົມຢາສີແຂ້ວທົ່ວໄປ ຈຶ່ງຊ່ວຍປິ່ນປົວເລືອດອອກຕາມແຂ້ວ, ໂຣກເຫືອກ ຫຼຸດອາການຕິດເຊື້ອແບັກທີເລຍໃນຊ່ອງປາກໄດ້
  7. ຫຼຸດຄວາມສ່ຽງການເກີດເນື້ອງອກ ແລະມະເຮັງໄດ້: ມີການວິໄຈພົບວ່າສານທີ່ພົບຢູ່ເປືອກ, ໃບ ແລະໝາກກະເດົາ ມີສັບພະຄຸນຊ່ວຍຫຼຸດຄວາມສ່ຽງການເກີດເນື້ອງອກ ແລະມະເຮັງໄດ້
  8. ປິ່ນປົວການມີລັງແຄໄດ້: ລວມເຖິງອາການຄັນຕາມໜັງຫົວ ໂດຍການໃຊ້ນໍ້າຕົ້ມໃບກະເດົາລ້າງສະຜົມ ຈະຊ່ວຍໃຫ້ບໍ່ມີລັງແຄ ກຳຈັດແບັກທີເລຍເທິງໜັງຫົວ, ແກ້ອາການຄັນ, ໜັງຫົວແຫ້ງໄດ້
  9. ປ້ອງກັນໂຣກເບົາຫວານ: ຜັກກະເດົາ ຊ່ວຍຢັບຢັ້ງການຜະລິດອິນຊູລິນໄດ້ ຊ່ວຍປ້ອງກັນເບົາຫວານ ແລະຊ່ວຍປັບຄວາມສົມດູນຄວາມຢາກອາຫານໄດ້
  10. ຕ້ານມະເຮັງ: ຊ່ວຍຢັບຢັ້ງຄວາມເສື່ອມຂອງເຊວຕ່າງໆໃນຮ່າງກາຍ, ກະເດົາມີຄຸນສົມບັດເປັນສານແອນຕີ້ອອກຊິເດັນ ຊ່ວຍຟື້ນຟູ ແລະຄວາມເສື່ອມຕ່າງໆຂອງເຊວ ຈາກການຖືກທຳຮ້າຍຂອງສານຕ້ານອະນຸມູນອິດສະລະ ທີ່ຊ່ວຍພັດທະນາກາຍເປັນເຊວມະເຮັງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...