Homeສຸຂະພາບ ແລະ ສີ່ງແວດລ້ອມກິນກ້ວຍໃນຕອນເຊົ້າ ຊ່ວຍປິ່ນປົວ 6 ພະຍາດຮ້າຍນີ້

ກິນກ້ວຍໃນຕອນເຊົ້າ ຊ່ວຍປິ່ນປົວ 6 ພະຍາດຮ້າຍນີ້

Published on

ການກິນກ້ວຍໃນຕອນເຊົ້າ ຈະໄດ້ປະໂຫຍດຫຼາຍທີ່ສຸດ ແລະຈະຊ່ວຍປິ່ນປົວພະຍາດຕ່າງໆທີ່ຮ້າຍແຮງໄດ້ ດ້ວຍການກິນກ້ວຍມື້ລະໜ່ວຍໃນຕອນເຊົ້າ ເພາະກ້ວຍມີແຮ່ທາດ ແລະວິຕາມິນຫຼາຍຊະນິດທີ່ມີປະໂຫຍດກັບຮ່າງກາຍຂອງຄົນເຮົາ

  1. ພະຍາດເລືອດຈາງ: ກ້ວຍເປັນໝາກໄມ້ທີ່ມີທາດເຫຼັກຫຼາຍ ແລະທາດເຫຼັກ ຈະໄປກະຕຸ້ນການຜະລິດຮີໂມໂກຣບິນໃນເມັກເລືອດ ໃຫ້ຄົນເລືອດຈາງກັບມາແຂງແຮງ
  2. ຄວາມດັນເລືອດສູງ: ກ້ວຍເປັນໝາກໄມ້ທີ່ມີໂພແທັສສູງທີ່ສຸດໃນບັນດາໝາກໄມ້ ສາມາດຊ່ວຍຫຼຸດຄວາມດັນເລືອດສູງໄດ້ດີ
  3. ທ້ອງຜູກ: ເພາະກ້ວຍມີໃຍອາຫານສູງ ເປັນຕົວຊ່ວຍໃນການຂັບຖ່າຍໄດ້ດີ
  4. ຫຼຸດກົດໃນກະເພາະອາຫານ: ຄົນທີ່ມີກົດໃນກະເພາະອາຫານ ພຽງແຕ່ກິນກ້ວຍໃນຕອນເຊົ້າມື້ລະໜ່ວຍ ຈະຮູ້ສຶກໄດ້ວ່າອາການທ້ອງຮ້ອງ ຈະບໍ່ມາໃກ້ອີກ
  5. ລຳໄສ້ເປັນບາດແຜ: ເພາະເນື້ອທີ່ນຸ້ມຂອງກ້ວຍ ບໍ່ລະຄາຍເຄືອງກັບກະເພາະອາຫານ ແລະມີສັບພະຄຸນຊ່ວຍເຄືອບໜັງໃນລຳໄສ້ ຊ່ວຍປິ່ນປົວບາດແຜໃຫ້ຫາຍດີໄວຂຶ້ນ
  6. ເສັ້ນເລືອດຝອຍແຕກ: ການກິນກ້ວຍຕະຫຼອດ ໂດຍສະເພາະໃນຕອນເຊົ້າ ຈະຊ່ວຍຫຼຸດອັນຕະລາຍທີ່ເກີດກັບເສັ້ນເລືອດຝອຍແຕກໄດ້ເຖິງ 40%

ເມື່ອຮູ້ຂໍ້ດີຂອງການກິນກ້ວຍແບບນີ້ແລ້ວ ກໍຄວນຮີບຊອກຊື້ກ້ວຍມາກິນເປັນປະຈຳທຸກວັນ ຈະໄດ້ຫຼີກຈາກພະຍາດຮ້າຍນີ້ ເພື່ອໃຫ້ຊີວິດມີຄວາມສຸກ ແລະສຸຂະພາບແຂງແຮງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...